ຫັນເປັນດິຈີຕອນ ຢູ່ ບ່າເຣ້ຍ - ຫວູງເຕົາ
(VOVWORLD) -ການຫັນເປັນ ດິຈີຕອນ ພວມແມ່ນທ່າອ່ຽງແນ່ນອນຢູ່ ຫວຽດນາມ. ໂດຍຮັບຮູ້ໄດ້ຄວາມສຳຄັນຕໍ່ການເລື່ອງຫັນເປັນ ດິຈີຕ ອນ ແລະ ກໍ່ໄດ້ກຳນົດວ່າ ນີ້ແມ່ນຫນ້າທີ່ບຸກທະລຸໃນອາຍຸການ 2021 – 2025, ແຂວງ ບ່າເຣ້ຍ - ຫວູງເຕົາ ພວມຍູ້ແຮງການຫັນເປັນ ດິຈີຕອນລວມສູນ ຢູ່ໃນທັງ 3 ຂົງເຂດ: ອຳນາດການປົກຄອງດິຈີຕອນ, ເສດຖະກິດດິຈີຕອນ ແລະ ສັງຄົມ ດິຈີຕອນ. ເປົ້າໝາຍສູງສຸດຂອງເລື່ອງຫັນເປັນ ດິຈີຕອນ ແມ່ນຮັບໃຊ້ສັງຄົມ, ປະຊາຊົນ ແລະ ວິສາຫະກິດ, ຜ່ານນັ້ນ ປະກອບສ່ວນຍົກສູງດັດຊະນີກຳລັງຄວາມສາມາດແກ້ງແຍ້ງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຊຸກຍູ້ການພັດທະນາເສດຖະກິດ ສັງຄົມ ຢູ່ ບໍລິເວນແຂວງ.










