ເອື້ອຍຄູ ຟານທິແຄັ໊ງ ເບິ່ງແຍງນັກຮຽນທີ່ທຸກຍາກຢ່າງສຸດໃຈ
(VOVWORLD) -ໂດຍເປັນເອື້ອຍຄູຢູ່ໂຮງຮຽນສາຂາ ບ້ານ ງາໂຍ ຂຶ້ນກັບຕາແສງ ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຍາບາ ເມືອງ ຢາລາຍ ແຂວງ ຢາລາຍ ຂອງໂຮງຮຽນປະຖົມ ຫງວຽນວຽດຊວັນ, ໃນຫຼາຍປີທີ່ຜ່ານມາ ເອື້ອຍຄູ ຟານທິແຄັ໊ງ ໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ ເພື່ອຮັກສາຈຳນວນນັກຮຽນຂຶ້ນຫ້ອງ, ພ້ອມທັງເບິ່ງແຍງການດຳລົງຊີວິດຂອງບັນດານັກຮຽນ ຊາວເຜົ່າ ຢາລາຍ ທີ່ທຸກຍາກໃນເຂດ. ແບບຢ່າງສຸດອົກສຸດໃຈຕໍ່ວຽກງານ ແລະ ນັກຮຽນທີ່ທຸກຍາກຂອງເອື້ອຍຄູ ໄດ້ຮັບການຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ຈາກອຳນາກການປົກຄອງທ້ອງຖິ່ນ ແລະ ຊາວທ້ອງຖິ່ນ.










