ສະຫາຍ ດົ່ງສີ໊ງວຽນ - ນາຍພົນຕິດພັນກັບເສັ້ນທາງ ໂຮ່ຈີມິນ
(VOVWORLD) - ວັນທີ 10 ເມສາ 2019, ລັດ, ລັດຖະບານ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດພິທີໄວ້ອາໄລທ່ານພົນຕີ ດົ່ງສີ໊ງວຽນ (1923 – 2019) ເຊິ່ງເປັນໜຶ່ງໃນບັນດານາຍພົນທີ່ດີເລີດຂອງກອງທັບປະຊາຊົນຫວຽດນາມ. ໃນຊີວິດການປະຕິວັດ ແລະ ເປັນທະຫານຂອງຕົນ, ສື່ສຽງວຽກງານຂອງທ່ານ ບໍ່ພຽງແຕ່ຕິດພັນກັບບັນດາຜົນງານຢູ່ເສັ້ນທາງ ພູຫຼວງ (ເຈຶື່ອງເຊີນ) - ເສັ້ນທາງໂຮ່ຈີມິນ ແຫ່ງເທບນິຍາຍເທົ່ານັ້ນ, ຫາກຍັງສ້າງຂີດໝາຍຫຼາຍຢ່າງທີ່ເປັນໜ້າປະທັບໃຈ ຕໍ່ບັນດາກິດຈະກໍາສະຕະວັດທີ່ມີຄວາມໝາຍສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ການປົກປັກຮັກສາປະເທດຊາດອີກດ້ວຍ.










