ປະເທດຊາດ ແລະ ຊາວຫວຽດນາມ

07/09/2018

ນາຍບ້ານຢູ່ເຂດຊາຍແດນນຳຫນ້າໃນການພັດທະນາເສດຖະກິດ

(VOVWORLD) -ນາດີດ ແມ່ນບ້ານຫນຶ່ງຂອງຊາວຊົນເຜົ່າ ຊິງມູນ ຢູ່ ຕາແສງ ຈຽງອອນ ຂຶ້ນກັບເມືອງເຂດພູດອຍ ອຽນເຈົາ ຢູ່ ແຂວງ ເຊີນລາ. ນັບແຕ່ຫລາຍສີບປີມານີ້, ຊີວິດການເປັນຢູ່ຂອງປະຊາຊົນຊົນເຜົ່າຢູ່ທີ່ນີ້ແມ່ນປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນພູມສັນຖານທຸລະກັນດານ, ການຜະລິດກະສິກຳແບບກະແຈກກະຈາຍ ປະສົບກັບຄວາມຫຍຸ້ງຍາກ. ໃນຊຸມປີມໍ່ໆມານີ້ ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ ໄດ້ຄ່ອຍໆມີການປ່ຽນແປງ ຍ້ອນພັດທະນາຮູບແບບເສດຖະກິດໃຫມ່ ແລະ ຜູ້ມີຄຸນງາມຄວາມດີໃນການຈັດຕັ້ງການຜະລິດຄືນໃຫມ່, ຊ່ວຍໃຫ້ພໍ່ແມ່ປະຊາຊົນບືນຕົວຂຶ້ນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ນັ້ນແມ່ນ ອ້າຍ ວີວັນບຸ່ນ, ນາຍບ້ານ ນາດີດ.

ນາຍບ້ານຢູ່ເຂດຊາຍແດນນຳຫນ້າໃນການພັດທະນາເສດຖະກິດ
01/09/2018

ເຈິ່ນແທ່ງອານ - ຊາຍໜຸ່ມຜູ້ເມົາມົວໃນການຂັບແທນ, ພິນຕິ໋ງ

(VOVWORLD) -ງານມະໂຫລານສິລະປະຂັບແທນ, ພິນຕິ໋ງ ທົ່ວປະເທດ ຄັ້ງທີ VI ຫາກໍດໍາເນີນໄປຫວ່າງແລ້ວນີ້ຢູ່ແຂວງ ຮ່າຢາງ, ໂດຍມີການເຂົ້າຮ່ວມຂອງນັກສິລະປະການ, ນັກສິລະປິນ, ນັກສະແດງເປັນຮ້ອຍໆຄົນ. ໃນນັ້ນ ກໍມີນັກສິລະປິນໜຸ່ມຫຼາຍຄົນ ອາຍຸບໍ່ເຖິງ 20 ປີ ແລະ ພົ້ນເດັ່ນໃນຈຳນວນນັກສິລະປິນນັ້ນ ມີ ເຈິ່ນແທ່ງອານ, ຄະນະສິລະປະມະຫາຊົນ ແຂວງ ກາວບັ່ງ. ຊາຍໜຸ່ມອາຍຸ 19 ປີ, ນີ້ແມ່ນຊາວຊົນເຜົ່າ ກິງ ໄດ້ເຮັດໃຫ້ບັນດາຜູ້ຊົມຕົກສະເງີ້ ຍ້ອນການຂັບແທນດ້ວຍພາສາ ໄຕ່ ປະສານກັບສຽງພິນຕິ໋ງ ທີ່ອ່ອນຊ້ອຍດັງກ້ອງໃນແຕ່ລະຕອນຂອງການສະແດງ.

ເຈິ່ນແທ່ງອານ - ຊາຍໜຸ່ມຜູ້ເມົາມົວໃນການຂັບແທນ, ພິນຕິ໋ງ
25/08/2018

ແບບຢ່າງດີເດັ່ນກ່ຽວກັບນ້ຳໃຈປະຕິວັດ ແລະ ຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ

(VOVWORLD) -ທ່ານປະທານ ໂຕນດຶກທັງ, ນັກຮົບກອມມູນິດ ອົງອາດກ້າແກ່ນ ເປັນແບບຢ່າງດີເດັ່ນ, ໄດ້ອຸທິດຕະຫລອດຊີວິດຂອງຕົນໃຫ້ແກ່ການປະຕິວັດ, ເພື່ອປະເທດຊາດ. ທ່ານປະທານ ໂຕນດຶກທັງ ກໍ່ແມ່ນຜູ້ເປັນເພື່ອນສະຫນິດສະຫນົມຂອງທ່ານປະທານໂຮ່ຈິມີນ ເຊິ່ງແມ່ນຜູ້ນຳປີຊາສາມາດ ດີເລີດຂອງພັກ, ລັດ ແລະ ແນວໂຮມປະເທດຊາດຫວຽດນາມ. ຊີວິດ ແລະ ພາລະກິດຂອງທ່ານປະທານ ໂຕນດຶກທັງ ແມ່ນແບບຢ່າງດີເດັ່ນກ່ຽວກັບນ້ຳໃຈປະຕິວັດ.

ແບບຢ່າງດີເດັ່ນກ່ຽວກັບນ້ຳໃຈປະຕິວັດ ແລະ ຍາມໃດກໍ່ໃກ້ຊິດຕິດແທດກັບປະຊາຊົນ
18/08/2018

ບຸນສາລີ ເອກະລັກສະເພາະຂອງຊົນເຜົ່າ ກົ໋ງ

(VOVWORLD) -ບຸນສາລີ (ເກວ່ລາລອງ) ແມ່ນວັນບຸນປະຈຳເຜົ່າຂອງພໍ່ແມ່ປະຊາຊົນເຜົ່າ ກົ໋ງ ຢູ່ຕາແສງ ນ້ຳຄາວ, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາ. ແຕ່ລະປີ ບຸນສາລີໄດ້ຈັດຕັ້ງເມື່ອລະດູສາລີໄດ້ຮັບການເກັບກ່ຽວໃນທ້າຍເດືອນ 5 ຫາຕົ້ນເດືອນ 6 (ໄລ່ຕາມຈັນທະປະຕິທິນ). ນີ້ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ເຕົ້າໂຮມກັນພາຍຫຼັງການອອກແຮງງານທີ່ລຳບາກໃນປີ. ບຸນສາລີ ກໍແມ່ນໂອກາດເພື່ອໃຫ້ປະຊາຊົນໃນໝູ່ບ້ານສົມມະນາຄຸນບັນດາເທວະດາຟ້າແຖນ, ບັນພະບຸລຸດທີ່ໄດ້ໃຫ້ການອຸປະຖຳຄ້ຳຊູ, ປົກປັກຮັກສາໃນຕະຫຼອດປີທີ່ຜ່ານມາ, ພາວະນາຂໍໃຫ້ປີໃໝ່ ດິນຟ້າອາກາດເອື້ອອຳນວຍ, ຄອບຄົວ, ໝູ່ບ້ານມີຄວາມອີ່ມໜໍາສຳລານ ແລະ ຜາສຸກ.

ບຸນສາລີ ເອກະລັກສະເພາະຂອງຊົນເຜົ່າ ກົ໋ງ
12/08/2018

ກາວວັນງວຽນ ຜູ້ເປີດທິດຊ່ວຍຊາວກະສິກອນສ້າງຄວາມຮັ່ງມີ

(VOVWORLD) -ໃນຊຸມປີມໍ່ໆມານີ້ ຢູ່ ເມືອງ ຈືປະຣົງ ແຂວງ ຢາລາຍ, ຮູບແບບປູກຕົ້ນໄມ້ກິນໝາກສະຫລັບກັບຕົ້ນກາເຟ ໄດ້ນຳມາເຊິ່ງປະສິດທິຜົນດ້ານເສດຖະກິດສູງ, ຊ່ວຍໃຫ້ ຊາວກະສິກອນຫລາຍຄອບຄົວບືນຕົວຂຶ້ນສ້າງຄວາມຮັ່ງມີ. ທ່ານ ກາວວັນງວຽນ ຢູ່ ຕາແສງ ອີອາຟີ່ນ ເມືອງ ຈືປະຣົງ ແມ່ນຜູ້ນຳຫນ້າໃນການປູກຕົ້ນໄມ້ກິນໝາກຕາມຮູບແບບດັ່ງກ່າວ. ໂດຍປະຕິບັດຕາມວິທີຂອງ ທ່ານ ກາວວັນງວຽນ, ຊາວກະສິກອນ ຢູ່ ເມືອງ ຈືປະຣົງ ພວມທະວີຄູນຮູບແບບປູກຕົ້ນໄມ້ກິນໝາກສະຫລັບກັບຕົ້ນກາເຟໃນສວນ.

ກາວວັນງວຽນ ຜູ້ເປີດທິດຊ່ວຍຊາວກະສິກອນສ້າງຄວາມຮັ່ງມີ