ໜູນຊ່ວຍຊາວ ກຳປູເຈຍ, ລາວ ເຊື້ອຊາດ ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
(VOVWORLD) - ວັນທີ 16 ເມສາ, ຢູ່ 4 ດ່ານຊາຍແດນ ນາມຢ່າງ (ແຂວງ ກວາງນາມ); ເບີອີ (ແຂວງ ກອນຕຸມ); ເລະແທງ (ແຂວງ ຢາລາຍ) ແລະ ບູປຣັງ (ແຂວງ ດັກນົງ), ກອງບັນຊາການທະຫານເຂດ 5 ໄດ້ສົມທົບກັບກອງບັນຊາການທະຫານບັນດາທ້ອງຖິ່ນ ມອບອຸປະກອນການແພດໜູນຊ່ວຍ 2 ປະເທດ ລາວ, ກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.









