ຄວາມເອກອ້າງທະນົງໃຈຕໍ່ເຄື່ອງໝາຍການຄ້າຫວຽດນາມ
(VOVWORLD) -Brand Finance ໃຫ້ຂໍ້ສັງເກດວ່າ, ເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມໃນປີ 2020 ໄດ້ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີ 2019, ຂຶ້ນເຖິງ 319 ຕື້ USD.

(VOVWORLD) -Brand Finance ໃຫ້ຂໍ້ສັງເກດວ່າ, ເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມໃນປີ 2020 ໄດ້ເພີ່ມຂຶ້ນ 29% ເມື່ອທຽບໃສ່ປີ 2019, ຂຶ້ນເຖິງ 319 ຕື້ USD.

(VOVWORLD) -ລັດເຊຍ ແລະ ອາເມລິກາ ຫາກໍໄດ້ຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ຢ່າງເປັນທາງການ ກ່ອນທີ່ສົນທິສັນຍາສະບັບດັ່ງກ່າວຈະໝົດຜົນສັກສິດ ພຽງແຕ່ໜຶ່ງວັນ. ການຕໍ່ກຳນົດເວລາສົນທິສັນຍາສະບັບນີ້ ແມ່ນບາດກ້າວເລີ່ມຕົ້ນ ເພື່ອໃຫ້ໂລກສາມາດປັບປຸງກົນໄກຄວບຄຸມ ອາວຸດນິວເຄຼຍຄືນໃໝ່. ເຖິງຢ່າງໃດກໍຕາມ, ສົນທິສັນຍາສະບັບດັ່ງກ່າວ ຈະຊ່ວຍໃຫ້ສາຍພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ ດີຂຶ້ນຫຼືບໍ ຈຶ່ງແມ່ນ ສິ່ງທີ່ບັນດານັກສັງເກດການມີຄວາມສົນໃຈ.

(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ສ້າງຂີດໝາຍປະຫວັດສາດສຳຄັນຂອງຊາດ ແລະ ຂອງພັກ ກ່ອນກ້າວເຂົ້າສູ່ລະດູບານໃຫມ່ປີ 2021. ເພາະສະນັ້ນ ເຖິງວ່າ ຕ້ອງປະເຊີນຫນ້າກັບການຜັນແປຢ່າງສັນສົນຂອງໂລກລະບາດໂຄວິດ 19 ແລະ ຄວາມຫຍຸ້ງຍາກ ສິ່ງທ້າທາຍໃຫມ່ຂອງພື້ນຖານເສດຖະກິດ ກໍຕາມ ແຕ່ໃນການດຳເນີນຊີວິດດ້ານວັດທະນະທຳ , ດ້ານຈິດໃຈຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ, ບຸນເຕັດປີ 2021 ຈະມາເຖິງນີ້ ຈະແມ່ນບຸນເຕັດມີຄວາມໝາຍຍິ່ງ.

(VOVWORLD) - ມື້ນີ້ບັນດານັກຄອມມູນິດ ແລະ ປະຊາຊົນ ຫວຽດນາມ ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ (ວັນທີ 3 ກຸມພາ ປີ 1930 - ວັນທີ 3 ກຸມພາ ປີ 2021) ໃນທ່າມກາງຄວາມເບີກບານມ່ວນຊື່ນ ເມື່ອກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ ຫາກໍ່ປະສົບຜົນສຳເລັດຢ່າງຈົບງາມ, ເປັນຂີດໝາຍສຳຄັນໃຫ້ແກ່ສະຖຽນລະພາບ ແລະ ການພັດທະນາຂອງປະເທດຊາດ ໃນຊຸມປີທີ່ຈະມາເຖິງ.

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 01 ກຸມພາ ຢູ່ຮ່າໂນ້ຍ ໄດ້ສ້າງຂີດໝາຍແຫ່ງການປ່ຽນແປງໃໝ່ກ່ຽວກັບວຽກງານບຸກຄະລາກອນ, ເນື້ອໃນເອກະສານ.

(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຢື່ນຢັນວ່າ, ຜົນສຳເລັດຂອງກອງປະຊຸມໃຫຍ່ ຈະເປັນການລະດົມກຳລັງໃຈໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຫວຽດນາມ ສືບຕໍ່ສູ້ຊົນ, ເຮັດໃຫ້ບັນດາລັດຖະນະໂຍບາຍສຳຄັນໃນກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງຢ່າງມີຊີວິດຊີວາ.

(VOVWORLD) - ວຽກງານຈັດຕັ້ງພະນັກງານເວົ້າລວມ, ວຽກງານບຸກຄະລາກອນໃນກອງປະຊຸມໃຫຍ່ແຕ່ລະຄັ້ງຂອງພັກ ເວົ້າສະເພາະ ແມ່ນມີຄວາມສຳຄັນເປັນພິເສດສຳລັບປະເທດຊາດ, ພັກກອມມູນິດ ຫວຽດນາມ ໄດ້ກຳນົດວ່າ ນີ້ແມ່ນວຽກງານມີຄວາມສຳຄັນຍິ່ງ, ແມ່ນວຽກງານແກ່ນສານຂອງແກ່ນສານ, ຜູກພັນຢ່າງສະໜິດແໜ້ນກັບຊາຕະກຳ ແລະ ບົດບາດນຳພາຂອງພັກ, ຄວາມເປັນຕາຍຂອງລະບອບ ແລະ ການພັດທະນາຂອງປະເທດຊາດ. ເພາະສະນັ້ນ, ພັກກອມມູນິດ ຫວຽດນາມ ພວມຜັນຂະຫຍາຍ ວຽກງານບຸກຄະລາກອນຢ່າງເຂັ້ມງວດ ເພື່ອແນໃສ່ຄັດເລືອກໄດ້ຖັນແຖວບຸກຄະລາກອນຍອດຢ້ຽມຂອງພັກ ແລະ ຂອງຊາດ ເພື່ອເປົ້າໝາຍ ພັດທະນາປະເທດຊາດ.

(VOVWORLD) - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມພວມດຳເນີນໄປຢູ່ ຮ່າໂນ້ຍ. ເຫດການສຳຄັນຍິ່ງນີ້ ເປັນຂີດໝາຍໄລຍະທາງອັນສຳຄັນຂອງປະເທດຊາດ ຂອງຊາດ ແລະ ກໍ່ແມ່ນຈຸດເວລາເພື່ອໃຫ້ຊາວຫວຽດນາມ ໝົດທຸກຄົນ ກຳນົດທີ່ຕັ້ງບົດບາດໃຫມ່, ຄວາມຄາດຫວັງໃຫມ່ ເມື່ອມຸ່ງໄປສູ່ເຫດການ 100 ປີແຫ່ງວັນສະຖາປະນາປະເທດ ຫວຽດນາມ ແລະ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ.
(VOVWORLD) -ກອງປະຊຸມໃຫ່ຍພັກກອມມູນິດຫວຽດນາມ ຄັ້ງທີ 13 ໄດ້ຈັດຂຶ້ນໃນຈຸດເວລາທີ່ປະເທດຫວຽດນາມ ຫາກໍ່ຜ່ານອາຍຸການ “ປະຫວັດສາດ” ທີ່ເຕັມໄປດ້ວຍບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

(VOVWORLD) -ໃນວາລະໄຂກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ເມື່ອຕອນເຊົ້າວັນທີ 26 ມັງກອນ, ທ່ານເລຂາທິການໃຫ່ຍ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ 12. ບົດລາຍງານໄດ້ຍົກອອກບັນດາໝາກຜົນແຫ່ງການພັດທະນາຂອງປະເທດຊາດໃນຊຸມປີທີ່ຜ່ານມາ, ຍົກການກຳນົດທິດໜ້າທີ່ພັດທະນາປະເທດຊາດໃນໄລຍະທີ່ຈະມາເຖິງ.
