ສະຖານະການ ການເມືອງ

11/01/2021

ບົດ​ບາດ​ຂອງ “ສາມ​ປັດ​ໄຈຫຼັກ​” ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ບັນ​ລຸ​ເປົ້​າ​ໝາຍ​ການ​ເຕີບ​ໂຕ​ ປີ 2021

(VOVWORLD) - ປີ 2021, ລັດຖະບານຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP 6,5%. ເພື່ອປະຕິບັດເປົ້າໝາຍນີ້ໃຫ້ສຳເລັດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ໄດ້ເຕື້ອງເຖິງບົດບາດຂອງ “ສາມປັດໄຈຫຼັກ” ຊື່ງລວມມີການສົ່ງອອກ, ການໃຊ້ສອຍ ແລະ ການລົງທຶນ ເປັນຫຼາຍເທື່ອ. ທີ່ກອງປະຊຸມສະຫລຸບຂະແໜງອຸດສາຫະກຳການຄ້າ ເຊິ່ງຈັດຂຶ້ນໃນວັນທີ 7 ມັງກອນ, ທ່ານນາຍົກລັດຖະມົນຕີຍັງສືບຕໍ່ເນັ້ນໜັກວ່າ, 3 ປັດໄຈນີ້ຍັງຄົງໄດ້ຮັບການພັດທະນາ ດ້ວຍຂອບຂະໜາດໃຫ່ຍຫຼວງກ່ວາ ເພື່ອໃຫ້ຫວຽດນາມ ສາມາດບັນລຸໄດ້ເປົ້າໝາຍເຕີບໂຕໃນປີ 2021 ໄດ້.

ບົດ​ບາດ​ຂອງ “ສາມ​ປັດ​ໄຈຫຼັກ​” ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເພື່ອ​ບັນ​ລຸ​ເປົ້​າ​ໝາຍ​ການ​ເຕີບ​ໂຕ​ ປີ 2021
08/01/2021

ຈຸດ​ເວ​ລາ​ປະ​ຫວັດ​ສາດ​ຢູ່ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 6 ມັງກອນ ຕາມເວລາ ອາເມລິກາ, ກົງກັບວັນທີ 7 ມັງກອນ ຕາມເວລາ ຫວຽດນາມ, ຢູ່ເຂດໂນນພູ Capitol ເຊິ່ງເປັນສະຖານທີ່ຕັ້ງຫໍສະພາແຫ່ງຊາດ ອາເມລິກາ ຢູ່ນະຄອນຫຼວງ ວໍຊີງຕັນ ໄດ້ເຫັນປະຈັກຕາຈຸດເວລາທີ່ໄດ້ຮັບການຕີລາຄາວ່າ ແມ່ນຈຸດເວລາປະຫວັດສາດ. ຕາມນັ້ນແລ້ວ, ນີ້ເປັນຄັ້ງທຳອິດໃນຮອບເວລາກວ່າ 200 ປີຜ່ານມາ ສຳນັກງານອົງການສ້າງກົດໝາຍຂອງປະເທດມະຫາອຳນາດອັນດັບໜຶ່ງຂອງໂລກນີ້ ຖືກບຸກລຸກ, ເຮັດໃຫ້ກອງປະຊຸມນັບບັດເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020 ຂອງສະພາຕ່ຳ ແລະ ສະພາສູງ ຖືກຕັດຕອນໃນຫຼາຍຊົ່ວໂມງ.

ຈຸດ​ເວ​ລາ​ປະ​ຫວັດ​ສາດ​ຢູ່ ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ
07/01/2021

ຫັນ​ຈາກ​ຈິນ​ຕະ​ນາ​ການ​ການຄຸ້ມ​ຄອງ​ລັດ​ມາ​ເປັນ​ການປົກຄອງ​ແຫ່ງ​ຊາດ

(VOVWORLD) - ມາດຕະການ “ຍົກສູງຄຸນນະພາບ, ປະສິດທິຜົນການຄຸ້ມຄອງແຫ່ງຊາດ” ເປັນຄັ້ງທຳອິດໄດ້ລະບຸໄວ້ໃນເອກະສານຍື່ນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ໃນແຜນນະໂຍບາຍ “ສືບຕໍ່ສ້າງລະບອບລະບຽບການເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມໃຫ້ສົມບູນແບບ, ສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດ”. ສິ່ງນັ້ນສະແດງໃຫ້ເຫັນວ່າ ໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ບັນຫາຄຸ້ມຄອງແຫ່ງຊາດໄດ້ຮັບຄວາມສົນໃຈເປັນພິເສດ. ຕາມນັ້ນແລ້ວ ກຳລັງຄວາມສາມາດຄຸ້ມຄອງຂອງພະນັກງານທຸກຂັ້ນໄດ້ຮັບຖືວ່າ ແມ່ນປັດໄຈຕັດສິນຊີ້ຂາດໃນການພັດທະນາ ຮັບປະກັນຄວາມຮຽກຮ້ອງຕ້ອງການຢ່າງໄວ ແລະ ໝັ້ນຄົງ.

ຫັນ​ຈາກ​ຈິນ​ຕະ​ນາ​ການ​ການຄຸ້ມ​ຄອງ​ລັດ​ມາ​ເປັນ​ການປົກຄອງ​ແຫ່ງ​ຊາດ
06/01/2021

ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຈາກການເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດ

(VOVWORLD) - ວັນທີ 6 ມັງກອນ 1946, ການເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ດຳເນີນຕາມຫຼັກການປະຊາທິປະໄຕ, ກ້າວໜ້າທົ່ວໄປ, ສະເໝີພາບ, ໂດຍກົງ ແລະ ປ່ອນບັດປິດລັບກໍ່ໄດ້ຮັບໄຊຊະນະຢ່າງສິ້ນເຊິ່ງ.

ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຈາກການເລືອກຕັ້ງທົ່ວປະເທດຄັ້ງທຳອິດຂອງສະພາແຫ່ງຊາດ
04/01/2021

ແງ່​ຫວັງການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ປີ 2021

(VOVWORLD) -ການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ຢູ່ ຫວຽດນາມ ປີ 2021 ແມ່ນມີແງ່ຫວັງທີ່ດີ ໃນສະພາບການທີ່ບັນດານັກລົງທຶນຂະໜາດໃຫ່ຍ, ກາງ ແລະ ນ້ອຍຈາກບັນດາປະເທດພັດທະນາ ໄດ້ຄ່ອຍໆຫັນທິດໄປສູ່ການລົງທຶນເຂົ້າຫວຽດນາມ. ບັນດາໂຄງການ FDI ໄດ້ນຳໃຊ້ບັນດາສັນຍາການຄ້າຊື່ງຫວຽດນາມ ໄດ້ລົງນາມແລ້ວນັ້ນ ກໍ່ຈະສືບຕໍ່ເຂົ້າມາຫວຽດນາມ ໃນໄລຍະທີ່ຈະມາເຖິງ. ເພື່ອຮັບກະແສຟອງດັ່ງກ່າວ, ລັດຖະບານຫວຽດນາມ ໄດ້ມີບັນດາການບຸລິມະສິດ, ໜູນຊ່ວຍການລົງທຶນພິເສດ, ເພື່ອແນໃສ່ສົ່ງເສີມການປະຕິບັດບາງໂຄງການລົງທຶນ ທີ່ມີການກະທົບໃຫ່ຍຫຼວງຕໍ່ເສດຖະກິດ ສັງຄົມ.

ແງ່​ຫວັງການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ປີ 2021
01/01/2021

ຫວຽດ​ນາມ ສ້າງຄວາມ​ປະ​ທັບ​ໃຈຫຼາຍ​ຢ່າງ​ຕໍ່​ເພື່ອນ​ມິດ​ສາ​ກົນ​

(VOVWORLD) - ປີ 2020, ຫວຽດນາມ ແລະ ບັນດາປະເທດໃນທົ່ວໂລກ ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ໃນສະພາບການປະສົບກັບຄວາມຫຍຸ້ງຍາກນາໆປະການນັ້ນ, ຫວຽດນາມ ໄດ້ຮັບດຳລົງ 2 ໜ້າທີ່ ນັ້ນແມ່ນ ປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ໃນຄວາມຫຍຸ້ງຍາກລຳບາກ ແລະ ສິ່ງທ້າທາຍນັ້ນ, ຫວຽດນາມ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການ, ມີໄຫວພິບ ແລະ ປະດິດຄິດສ້າງ, ທັງຮັບມືກັບໂລກລະບາດຢ່າງມີປະສິດທິຜົນ, ທັງປະຕິບັດບັນດາຄາດໝາຍການຕ່າງປະເທດທີ່ໄດ້ວາງອອກເປັນຢ່າງດີທີ່ສຸດ, ອັນໄດ້ສ້າງຄວາມປະທັບໃຈອັນດີງາມຫຼາຍຢ່າງຕໍ່ເພື່ອນມິດສາກົນ.

ຫວຽດ​ນາມ ສ້າງຄວາມ​ປະ​ທັບ​ໃຈຫຼາຍ​ຢ່າງ​ຕໍ່​ເພື່ອນ​ມິດ​ສາ​ກົນ​
29/12/2020

ທ່າອຽງຫັນການຄ້າເປັນເສລີໃນໂລກ

(VOVWORLD) -ພາຍຫຼັງເກີດສົງຄາມພາສີອາກອນລະຫວ່າງອາເມລິກາ - ຈີນ ເປັນເວລາ 2 ປີ, ການຄ້າໂລກຍັງໄດ້ຮັບການປະຕິບັດຢ່າງສະດວກດີ ຜ່ານລະບົບເຄືອຂ່າຍທີ່ກວ້າງໃຫຍ່ຂອງບັນດານັກສະໜອງ.

ທ່າອຽງຫັນການຄ້າເປັນເສລີໃນໂລກ