ສະຖານະການ ການເມືອງ

05/10/2020

ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປີ 2020

(VOVWORLD) - ວັນທີ 2 ຕຸລາ, ທີ່ວາລະປະຊຸມນັດສາມັນປະຈຳເດືອນກັນຍາຂອງລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊັວນຝຸກ ໄດ້ຮຽກຮ້ອງໃຫ້ຍູ້ແຮງວິວັດການຟື້ນຟູເສດຖະກິດ, ສູ້ຊົນບັນລຸລະດັບການເຕີບໂຕ GDP ປີ 2020 ແຕ່ 2,5 - 3%. ລະດັບການເຕີບໂຕນີ້ແມ່ນສາມາດເປັນໄປໄດ້ ຂະນະທີ່ຫຼາຍອົງການຄົ້ນຄ້ວາພາຍໃນປະເທດ ແລະ ຕ່າງປະເທດ ກໍ່ຍົກອອກບັນດາການຄາດຄະເນທີ່ຄ້າຍຄືກັນ. ໃນສະພາບການທີ່ຄວບຄຸມການເກີດໂລກລະບາດໂຄວິດ 19 ຄັ້ງທີ 2 ໄດ້ສຳເລັດ, ຫຼາຍຂະແໜງເສດຖະກິດໄດ້ຟື້ນຟູເທື່ອລະກ້າວ, ຫວຽດນາມ ພວມກຳກາລະໂອກາດເພື່ອເລັ່ງຄວາມໄວ, ບັນລຸເປົ້າໝາຍພັດທະນາເສດຖະກິດ-ສັງຄົມ.

ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ GDP ປີ 2020
02/10/2020

ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ອັງ​ກິດ ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຄັ່ງ​ຕຶງ​ໃໝ່

(VOVWORLD) - ວັນທີ 01 ຕຸລາ, ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ໄດ້ປະກາດວ່າ ສະຫະພາບເອີຣົບ (ອີຢູ) ໄດ້ຕົກລົງສົ່ງແຈ້ງການຢ່າງເປັນທາງການໄປໃຫ້ ອັງກິດ, ເຊິ່ງເປັນຂັ້ນຕອນທຳອິດຂອງລະບຽບການດ້ານນິຕິກຳ, ຍ້ອນວ່າ ປະເທດນີ້ລະເມີດບັນດາມາດຕະການຂອງຂໍ້ຕົກລົງຖອນຕົວອອກຈາກ ອີຢູ. ເລື່ອງເລີ່ມດຳເນີນບັນດາລະບຽບການດ້ານນິຕິກຳດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງໃນການພົວພັນລະຫວ່າງ ອັງກິດ ແລະ ສະຫະພາບເອີຣົບ ທີ່ກ່ຽວຂ້ອງເຖິງເລື່ອງອັງກິດ ຖອນຕົວອອກຈາກ ອີຢູ ນັ້ນ ແມ່ນຍັງບໍ່ທັນແກ້ໄຂໄດ້ເທື່ອ ເຊິ່ງເປັນສັນຍານບົ່ງບອກໃຫ້ຮູ້ກ່ຽວກັບໄລຍະຄວາມເຄັ່ງຕຶງໃໝ່ໃນການພົວພັນສອງຝ່າຍ.

ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ອັງ​ກິດ ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຄັ່ງ​ຕຶງ​ໃໝ່
01/10/2020

ລັກສະນະປະຊາທິປະໄຕໃນການປະກອບຄຳເຫັນເພື່ອສ້າງ, ປັບປຸງເອກະສານການເມືອງກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ

(VOVWORLD) - ໃນວິວັດການສ້າງເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ພັກກອມມູນິດຫວຽດນາມ ມີແຜນນະໂຍບາຍຮັບເອົາຄຳເຫັນຂອງສະມາຊິກພັກ ແລະປະຊາຊົນ ເພື່ອປັບປຸງຮ່າງບັນດາເອກະສານການເມືອງໃຫ້ສົມບູນແບບ, ຖືນີ້ແມ່ນວຽກງານສຳຄັນຍິ່ງ, ເສີມຂະຫຍາຍປະຊາທິປະໄຕ, ລະດົມກຳລັງແຮງຫົວຄິດປະດິດສ້າງຂອງທົ່ວພັກ, ທົ່ວປວງຊົນ ໃນການສ້າງແນວທາງ, ຍຸດທະສາດພັດທະນາປະເທດຊາດ. ບັນດາພວກສວຍໂອກາດດ້ານການເມືອງ ພວມສວຍໃຊ້ແຜນນະໂຍບາຍນີ້ ເພື່ອເຮັດໃຫ້ຂໍ້ມູນຂ່າວກ່ຽວກັບລະບອບການເມືອງ, ບົດບາດຊີ້ນຳນຳພາຂອງພັກ, ວຽກງານບຸກຄະລາກອນ ແລະຫລາຍບັນຫາກ່ຽວຂ້ອງເຖິງກອງປະຊຸມໃຫຍ່ ວຸ້ນວາຍ ຜິດເຂວ. ເຖິງແນວໃດກໍຕາມ, ບັນດາຖ້ອຍທຳນອງນີ້ ບໍ່ອາດເສກສັນປັ້ນແຕ່ງ, ບິດເບືອນຄວາມຈິງກ່ຽວກັບລັກສະນະປະຊາທິປະໄຕໃນການເຄື່ອນໄຫວຂອງພັກກອມມູນິດຫວຽດນາມ.

ລັກສະນະປະຊາທິປະໄຕໃນການປະກອບຄຳເຫັນເພື່ອສ້າງ,   ປັບປຸງເອກະສານການເມືອງກອງປະຊຸມໃຫຍ່ຂອງພັກໃຫ້ສົມບູນແບບ
30/09/2020

ຜົນສຳເລັດຢ່າງໃຫຍ່ຫລວງຂອງ ຫວຽດນາມ ເມື່ອ GDP 9 ເດືອນ ເພີ່ມຂຶ້ນ 2,12%

(VOVWORLD) - ທີ່ກອງປະຊຸມຂ່າວປະກາດຕົວເລກສະຖິຕິດ້ານເສດຖະກິດ-ສັງຄົມໄຕມາດທີ 3 ແລະ 9 ເດືອນປີ 2020 ເຊິ່ງດຳເນີນໃນວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: GDP 9 ເດືອນຂອງ ຫວຽດນາມ ເພີ່ມຂຶ້ນ 2,12% ເມື່ອທຽບໃສ່ໄລຍະດຽວກັນປີ 2019.

ຜົນສຳເລັດຢ່າງໃຫຍ່ຫລວງຂອງ ຫວຽດນາມ ເມື່ອ GDP 9 ເດືອນ ເພີ່ມຂຶ້ນ 2,12%
28/09/2020

ກຳລັງແຮງບົ່ມຊ້ອນ ແລະ ການກຳນົດທິດພັດທະນາຂອງຫວຽດນາມ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

(VOVWORLD) -ຄວາມມຸ່ງຫວັງພັດທະນາ “ປະເທດມີຄວາມວັດທະນາຖາວອນ, ຜາສຸກ” ບໍ່ແມ່ນ “ແນວຄິດລະເມີເຟີ້ຝັນ” ຫາກແມ່ນຄວາມມຸ່ງຫວັງໂດຍເລີ່ມມາຈາກຄວາມໄວ້ເນື້ອເຊື່ອໃຈຢ່າງແນວແນ່ເຂົ້າໃນພາລະກິດອັນໃຫຍ່ຫຼວງ

ກຳລັງແຮງບົ່ມຊ້ອນ ແລະ ການກຳນົດທິດພັດທະນາຂອງຫວຽດນາມ ໃນເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
25/09/2020

ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ພາຍໃຕ້ຮູບການທາງອອນລາຍ, ກອງປະຊຸມລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນ ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (G20) ໂດຍ ອາຣັບບິ ຊະອຸດິ ເປັນປະທານ ຫາກໍໄດ້ອັດລົງໃນອາທິດນີ້ ດ້ວຍຄຳໝັ້ນສັນຍາຮ່ວມມືລະອຽດຫຼາຍຢ່າງ. ຕາມນັ້ນແລ້ວ, ສືບຕໍ່ປະຕິບັດທຸກມາດຕະການ ແລະ ນຳໃຊ້ທຸກເຄື່ອງມືນະໂຍບາຍທີ່ມີຢູ່ແລ້ວ ເພື່ອຫຼຸດຜ່ອນຜົນເສຍຫາຍທາງດ້ານເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດ ໂຄວິດ - 19 ກໍ່ຂຶ້ນ, ຟື້ນຟູການເຕີບໂຕທົ່ວໂລກ, ເພີ່ມກຳລັງຄວາມສາມາດໃນການຟື້ນຟູ ແລະ ຮັກສາຕະຫຼາດໃຫ້ສະຖຽນລະພາບ.

ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19
24/09/2020

ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ

(VOVWORLD) -ກ່ອນດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ບັນດາອິດທິກຳລັງເປັນປໍລະປັກ, ພວກສວຍໃຊ້ໂອກາດ, ພວກປະຕິການ ພັດມີການກະທຳເສກສັນປັ້ນແຕ່ງບັນຫາອະທິປະໄຕຜືນແຜ່ນດິນຂອງຫວຽດນາມ. ນີ້ແມ່ນຖ້ອຍທຳນອງມຕ້ານທຳລາຍ ພັກ, ລັດຫວຽດນາມ, ກໍ່ຄວາມວຸ້ນວາຍຊີວິດ, ສັນຕິພາບຂອງປະຊາຊົນຫວຽດນາມ ໃນປະຈຸບັນ, ຈຳເປັນຕ້ອງເຫັນໄດ້ ແລະ ລົບລ້າງສິ່ງທີ່ຊົ່ວຮ້າຍອັນຕະລາຍນີ້.

ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ​ແມ່ນ​ແຜນ​ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ
23/09/2020

ພື້ນຖານເສດຖະກິດການຕະຫລາດຂອງ ຫວຽດນາມ ພວມເຄື່ອນໄຫວຢ່າງຖືກທິດ

(VOVWORLD) - ກ່ອນທີ່ດຳເນີນກອງປະຊຸມໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 13, ບັນດາກຳລັງປໍລະປັກພວມປັ້ນແຕ່ງເລື່ອງລາວທີ່ວ່າ ພື້ນຖານເສດຖະກິດການຕະຫລາດ ຫວຽດນາມ ແມ່ນຮູບການທີ່ບໍ່ຖືກຕ້ອງກັບຄວາມຈິງ, ໄປເຂວທິດ, ເດີນຕາມເສັ້ນທາງທຶນນິຍົມ, ບໍ່ສົ່ງເສີມການພັດທະນາຂອງເສດຖະກິດພາກເອກະຊົນ.

ພື້ນຖານເສດຖະກິດການຕະຫລາດຂອງ ຫວຽດນາມ  ພວມເຄື່ອນໄຫວຢ່າງຖືກທິດ
22/09/2020

ອາເມລິກາ ບໍ່ໄດ້ຮັບການສະໜັບສະໜູນພາຍຫຼັງຈັດວາງຄຳສັ່ງລົງໂທດອີຣານຄືນໃໝ່

(VOVWORLD) -ບັນດາມາດຕະການລົງໂທດຂອງສະຫະປະຊາຊາດແນໃສ່ອີຣານ ໄດ້ເລີ່ມມີຜົນສັດສິດຄືນໃໝ່ ແລະ ອາເມລິກາ ຈະ “ຈັດວາງບັນດາຜົນຮ້າຍຢ້ອນຫຼັງ” ຖ້າຫາກບັນດາປະເທດສະມາຊິກສະຫະປະຊາຊາດ ບໍ່ປະຕິບັດບັນດາຄຳສັ່ງລົງໂທດ.

ອາເມລິກາ ບໍ່ໄດ້ຮັບການສະໜັບສະໜູນພາຍຫຼັງຈັດວາງຄຳສັ່ງລົງໂທດອີຣານຄືນໃໝ່