ສະຖານະການ ການເມືອງ

16/12/2019

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ຍືນ​ຍົງ ລະ​ຫວ່າງ ຫວຽດ​ນາມ - ມຽນ​ມາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພວມປະຕິບັດການຢ້ຽມຢາມ ສາທາລະນະລັດ ສະຫະພັນ ມຽນມາ ທັນວາ ຢ່າງເປັນທາງການຮອດວັນທີ 18, ຕາມຄຳເຊື້ອເຊີນຂອງ ທ່ານ U Uyn Min ປະທານາທິບໍດີ ສ. ສະຫະພັນ ມຽນມາ. ການຢ້ຽມຢາມມຽນມາ ຂອງ ທ່ານນາຍົກລັດຖະມົນຕີຢ່າງເປັນທາງການນີ້ໄດ້ຢັ້ງຢືນວ່າ ຫວຽດນາມຖືການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ມຽນມາ ການຊຸກຍູ້ການພົວພັນຮ່ວມມືໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນທາງການ.

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ຍືນ​ຍົງ ລະ​ຫວ່າງ ຫວຽດ​ນາມ - ມຽນ​ມາ
13/12/2019

ຄວາມ​ຄືບ​ໜ້າ​ໃໝ່​ໃນວິ​ວັດ​ທະ​ນາ​ການ​​ສ້າງສັນ​ສິ​ພາບ ຢູ່​ພາກ​ຕາ​ເວັນ​ອອກ ຢຸ​ແກຼນ

(VOVWORLD) -ພາຍຫຼັງຕົກເຂົ້າສູ່ສະພາບຈົນຕາແຈມາເປັນເວລາຍາວນານ, ວິວັດການເຈລະຈາຊອກຫາວິທີການແກ້ໄຂໃຫ້ແກ່ການປະທະກັນທີ່ນອງເລືອດຢູ່ພາກຕາເວັນອອກ ຢູແກຼນ ໄດ້ບັນລຸ ຄວາມຄືບໜ້າທີ່ດີ, ເປີດໂອກາດສ້າງຄວາມຫວັງໃຫຍ່ກ່ຽວກັບການສ້າງພື້ນຖານສັນຕິພາບອັນຢ່າງແທ້ຈິງໃຫ້ແກ່ປະເທດເອີລົບຕາເວັນອອກ.

ຄວາມ​ຄືບ​ໜ້າ​ໃໝ່​ໃນວິ​ວັດ​ທະ​ນາ​ການ​​ສ້າງສັນ​ສິ​ພາບ ຢູ່​ພາກ​ຕາ​ເວັນ​ອອກ ຢຸ​ແກຼນ
12/12/2019

ຕັ້ງຫນ້າຮ່ວມມືສາກົນກ່ຽວກັບທະເລເພື່ອປະຕິບັດ UNCLOS

(VOVWORLD) -ວັນທີ 10 ທັນວາ ປີ 2019, ຢູ່ ນິວຢອກ ສະຫະລັດ ອາເມລິກາ, ຜູ້ຕາງຫນ້າ ຫວຽດນາມ ໄດ້ມີບົດກ່າວປາໄສທີ່ວາລະປະຊຸມ ດ້ວຍຫົວຂໍ້ “ ມະຫາສະມຸດ ແລະ ກົດໝາຍວ່າດ້ວຍທະເລ” ຂອງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 74 ຢືນຢັນ ບົດບາດສຳຄັນ ຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982(UNCLOS).ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງຫວຽດນາມ ໃນຕະຫລອດ 25 ປີຜ່ານມາ, ດ້ວຍຖານະແມ່ນສະມາຊິກມີຄວາມຮັບຜິດຊອບໃນບັນດາກົນໄກປະຕິບັດ (UNCLOS. ຫວຽດນາມ ຍາມໃດກໍ່ຖື ເປົ້າໝາຍ, ບັນດາຂໍ້ກຳນົດຂອງ UNCLOS ເປັນສຳຄັນ, ມານະພະຍາຍາມຜັນຂະຫຍາຍບັນດາມາດຕະການເພື່ອປະຕິບັດ UNCLOS ພ້ອມທັງເພີ່ມທະວີການຮ່ວມມືສາກົນເພື່ອປະຕິບັດ UNCLOS.

ຕັ້ງຫນ້າຮ່ວມມືສາກົນກ່ຽວກັບທະເລເພື່ອປະຕິບັດ UNCLOS
11/12/2019

ປີປະທານ ອາຊຽນ ດ້ວຍຈຸດປະສົງຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ

(VOVWORLD) - ຫວຽດນາມ ຈະຮັບບົດບາດເປັນປະທານສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ນັບແຕ່ວັນທີ 01 ມັງກອນ 2020 ຢ່າງເປັນທາງການ. ດ້ວຍຈຸດປະສົງ “ຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ”, ຫວຽດນາມ ໄດ້ກຽມພ້ອມ ເພື່ອຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນຄັ້ງທີ 2 ຮັບບົດບາດເປັນປະທານ ອາຊຽນ, ຮັກສາຄວາມສາມັກຄີ, ບົດບາດເປັນໃຈກາງຂອງ ອາຊຽນ ໃນຊີວິດການເມືອງທົ່ວໂລກ.

ປີປະທານ ອາຊຽນ ດ້ວຍຈຸດປະສົງຜູກຮັດ ແລະ ເປັນເຈົ້າການປັບຕົວໃຫ້ແທດເໝາະກັບສະພາບການ
10/12/2019

ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນຄຸນຄ່າຂອງມວນມະນຸດກ່ຽວກັບສິດທິມະນຸດ

(VOVWORLD) -ເພື່ອໃຫ້ມີສັນຕິພາບພາຍຫຼັງເກີດສົງຄາມເປັນເວລາຫຼາຍປີ, ຫວຽດນາມ ໄດ້ມານະພະຍາຍາມເພື່ອສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງບໍ່ຢຸດຢັ້ງ

ຫວຽດນາມ ປະກອບສ່ວນຕັ້ງໜ້າເຂົ້າໃນຄຸນຄ່າຂອງມວນມະນຸດກ່ຽວກັບສິດທິມະນຸດ
09/12/2019

ຫວຽດນາມ ​ - ລັດ​ເຊຍ ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພວມມີການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 8 – 11 ທັນວາ. ການຢ້ຽມຢາມ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ສະຫະພັນ ລັດເຊຍ ເວົ້າລວມ, ຫັນບັນດາເນື້ອໃນຂອງຂໍ້ຕົກລົງສະບັບຕ່າງໆລະຫວ່າງອົງການນິຕິບັນຍັດຂອງສອງປະເທດເວົ້າສະເພາະໃຫ້ເປັນລະອຽດ.

ຫວຽດນາມ ​ - ລັດ​ເຊຍ ​ເພີ່ມ​ທະວີການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ
06/12/2019

ສັນຍານປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ຈີນ

(VOVWORLD) - ພາຍຫລັງຕົກເຂົ້າສູ່ສະພາບຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເລື່ອງ ສ.ເກົາຫຼີ ຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງໄລຍະສຸດທ້າຍ (THAAD) ຂອງ ອາເມລິກາ ເປັນເວລາຫລາຍເດືອນ, ການພົວພັນລະຫວ່າງ ຈີນ ແລະ ສ.ເກົາຫຼີ ພວມມີບັນດາສັນຍານປັບປຸງທີ່ຕັ້ງໜ້າ.

ສັນຍານປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ຈີນ
05/12/2019

ຫ​ວຽດ​ນາມ ສ້າງ​ລະ​ບົບ​ກົດ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ທະ​ເລ​​ຢ່າງສົມ​ບູນ​ແບບ

(VOVWORLD) -ຫວຽດນາມ ເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ (ສປຊ) ກ່ຽວກັບທະເລປີ 1982 UNCLOS – “ລັດຖະທຳມະນູນຂອງມະຫາສະມຸດ” ນັບແຕ່ປີ 1994. ໃນໄລຍະ 25 ປີແຫ່ງການປະຕິບັດ UNCLOS, ຫວຽດນາມ ໄດ້ສ້າງລະບົບກົດໝາຍແຫ່ງຊາດວ່າດ້ວຍທະເລຢ່າງສົມບູນແບບ, ສ້າງຂອບເຂດນິຕິກຳສຳລັບການເຄື່ອນໄຫວຂຸດຄົ້ນ, ຄຸ້ມຄອງ ແລະ ອະນຸລັກຮັກສາບັນດາແຫລ່ງຊັບພະຍາກອນທະເລໃຫ້ສອດຄ່ອງກັບສົນທິສັນຍາ, ຮັບໃຊ້ຫນ້າທີ່ສຸມໃສ່ພັດທະນາເສດຖະກິດ, ຊຸກຍູ້ການພົວພັນດ້ານເສດຖະກິດຂອງຫວຽດນາມ ກັບບັນດາປະເທດ, ຍົກທີ່ຕັ້ງບົດບາດຂອງຫວຽດນາມບົນເວທີສາກົນສູງຂຶ້ນ.

ຫ​ວຽດ​ນາມ ສ້າງ​ລະ​ບົບ​ກົດ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ທະ​ເລ​​ຢ່າງສົມ​ບູນ​ແບບ
04/12/2019

ນຳບັນດາເນື້ອໃນຂອງປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງເຂົ້າສູ່ພຶດຕິກຳຕົວຈິງ

(VOVWORLD) - ປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງຫາກໍ່ໄດ້ຮັບຮອງເອົາໃນວັນທີ 20 ພະຈິກ ຈາກສະພາແຫ່ງຊາດ ຫວຽດນາມ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14.

ນຳບັນດາເນື້ອໃນຂອງປະມວນກົດໝາຍວ່າດ້ວຍແຮງງານສະບັບປັບປຸງເຂົ້າສູ່ພຶດຕິກຳຕົວຈິງ