ຫວຽດ​ນາມ - ສັງ​ກາດ​ບຸກ​ບືນ

09/04/2026

ການ​ເຕົ້າ​ໂຮມ​ຂອງ​ພູມ​ປັນ​ຍາ, ຄຸນ​ນະ​ທາດ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ

[VOVWORLD] - ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ພວມດຳເນີນຢູ່ ຮ່າໂນ້ຍ ໄດ້ບູລະນະກົງຈັກການນຳຫຼັກແຫຼ່ງຕາມຂໍ້ກຳນົດຂອງກົດໝາຍ, ເປັນຂີດໝາຍການມອບຮັບໜ້າທີ່ສຳຄັນບໍລິຫານປະເທດຊາດໃນໄລຍະຈະມາເຖິງ.

ການ​ເຕົ້າ​ໂຮມ​ຂອງ​ພູມ​ປັນ​ຍາ, ຄຸນ​ນະ​ທາດ ແລະ ຄວາມ​ຄາດ​ຫວັງ​ພັດ​ທະ​ນາ​ປະ​ເທດ​ຊາດ
02/04/2026

ຮັບ​ປະ​ກັນ​ສິດ​ເສ​ລາ​ພາບ​ໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ໃຫ້​ແກ່​ຊາວ​ເຜົ່າ​ຂະ​ແມ

[VOVWORLD] - ຊາວ​ເຜົ່າ​ຂະ​ແມ ແມ່ນ 1 ໃນ​ຈຳ​ນວນ 54 ຊົນ​ເຜົ່າ ຫວຽດ​ນາມ. ຊາວ​ເຜົ່າ​ຂະ​ແມ ແມ່ນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ໄດ້​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ທົ່ວ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ເປັນ​ສ່ວນຫຼາຍ. ລັດ​ຖະ​ບານ ຫວຽດ​ນາມ ໄດ້​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ພາບ​ໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ຂອງ​ບັນ​ດາ​ເຜົ່າ, ໃນ​ນັ້ນ​ມີ​ຊາ​ວ​ເຜົ່າ​ຂະ​ແມ ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ຮັບ​ປະ​ກັນ​ສິດ​ເສ​ລາ​ພາບ​ໃນ​ການ​ເຫຼື້ອມ​ໃສ​ສາ​ສະ​ໜາ​ໃຫ້​ແກ່​ຊາວ​ເຜົ່າ​ຂະ​ແມ
26/03/2026

ການ​ເຕີບ​ໂຕ​ຕ້ອງ​ມີ​ຄວາມແທ້​ຈິງ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ໜຶ່ງໃນບັນດາເນື້ອໃນສຳຄັນທີ່ ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຕື້ອງເຖິງ ເມື່ອກ່າວຄຳປາໄສອັດກອງປະຊຸມສູນກາງ ທີ່ຈັດຂຶ້ນໃນວັນທີ 25 ມີນາ ແມ່ນເປົ້າໝາຍການເຕີບໂຕເສດຖະກິດ “ສອງຕົວເລກ”. ທ່ານເລຂາທິການໃຫ່ຍໄດ້ຍົກອອກສີ່ຫຼັກການແກ່ນສານເພື່ອຄວບຄຸມວິທີເດີນຕາມເປົ້າໝາຍດັ່ງກ່າວ. ນັ້ນແມ່ນການເຕີບໂຕຕ້ອງມີຄວາມແທ້ຈິງ; ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຕ້ອງນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ ແລະ ຕ້ອງມຸ່ງໄປເຖິງການຍົກສູງຊີວິດຂອງ ປຊຊ, ຮັບປະກັນຄວາມຍຸດຕິທຳໃນສັງຄົມ.

ການ​ເຕີບ​ໂຕ​ຕ້ອງ​ມີ​ຄວາມແທ້​ຈິງ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ
19/03/2026

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ

(VOVWORLD) - ຄາດວ່າ, ວັນທີ 22 ມີນາ, ສະພາເລືອກຕັ້ງແຫ່ງຊາດ ຈະປະກາດໝາກຜົນການເລືອກຕັ້ງ ສສຊ ຊຸດທີ 16, ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031. ໃນການເລືອກຕັ້ງທີ່ຜ່ານມາ, ດ້ວຍຈຳນວນຜູ້ມີສິດເລືອກຕັ້ງ 99,68 % ໄປປ່ອນບັດ, ໄດ້ສະແດງໃຫ້ເຫັນພາບພົດທີ່ມີຊີວິດຊີວາ ກ່ຽວກັບການປະຕິບັດສິດຂອງພົນລະເມືອງ. ໃນຜົນສຳເລດນີ້ມີການປະກອບສ່ວນຂອງສາຊະນິກກະຊົນກ່ວາ 27 ລ້ານຄົນທີ່ຂຶ້ນກັບບັນດາສາສະໜາທີ່ແຕກຕ່າງກັນ (ກວມເອົາປະມານ 27% ພົນລະເມືອງ) ຊື່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ປຊຊ ຜູ້ເຊື່ອຖືສາສະໜາຕ່າງໆ ຕໍ່ເຫດການການເມືອງສຳຄັນຂອງປະເທດຊາດ.

ສະ​ພາບ​ສິດ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ
12/03/2026

ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ​ໃນ​ການ​ເລືອກ​ຕັ້ງ

(VOVWORLD) - ການເລືອກຕັ້ງ ສສຊ ແຕ່ລະຄັ້ງແມ່ນການທົດລອງໃຫຍ່ທີ່ສຸດກ່ຽວກັບຄວາມເຊື່ອໝັ້ນ ແລະ ຄວາມສະໜິດຕິດພັນລະຫວ່າງ ພັກ, ລັດ ແລະ ປຊຊ. ໃນສະພາບການທີ່ປະເທດຊາດ ພວມຢືນຢູ່ຕໍ່ໜ້າກາລະໂອກາດໃໝ່ ແລະ ບັນດາສິ່ງທ້າທາຍແບບໃໝ່ນັ້ນ, ຄວາມເຫັນດີເຫັນພ້ອມໄດ້ມີຄວາມສຳຄັນຍິ່ງກ່ວາເວລາໃດໝົດ. ນັ້ນແມ່ນແກ່ນສານຂອງກຳລັງແຮງຂອງຊາດ.

ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ​ໃນ​ການ​ເລືອກ​ຕັ້ງ
05/03/2026

​ເລືອກເອົາ​ບັນ​ດາ​ຜູ້​ແທນ​ດີ​ເດັ່ນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

(VOVWORLD) - ວັນທີ 15 ມີນາ ປີ 2026, ຜູ້ມີສິດເລືອກຕັ້ງ ຫວຽດນາມ ກວ່າ 73 ລ້ານຄົນ ຈະປ່ອນບັດເລືອກຕັ້ງ ສສຊ ຊຸດທີ XVI ແລະ ຜູ້ແທນສະພາ ປຊຊ ຂັ້ນຕ່າງໆ ອາຍຸການ 2026-2031. ນີ້ບໍ່ພຽງແຕ່ແມ່ນຂັ້ນຕອນນິຕິກຳນັດສາມັນເທົ່ານັ້ນ, ຫາກຍັງແມ່ນການສະແດງອອກສິດເປັນເຈົ້າຂອງ ປຊຊ ຢ່າງລະອຽດຜ່ານແຕ່ລະບັດເລືອກຕັ້ງອີກດ້ວຍ. ແຕ່ລະການຄັດເລືອກຂອງຜູ້ມີສິດເລືອກຕັ້ງໃນມື້ນີ້ ແມ່ນຄຳຕອບໃຫ້ແກ່ການພັດທະນາປະເທດແບບຍືນຍົງໃນ 5 ປີຂ້າງໜ້າ.

​ເລືອກເອົາ​ບັນ​ດາ​ຜູ້​ແທນ​ດີ​ເດັ່ນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
26/02/2026

ເສດ​ຖະ​ກິດ​ພາກ​ລັດ: ບ່ອນ​ອີງ​ຂອງ​ຊາດ​ໃນ​ສັງ​ກະ​ລາດ​ໃໝ່

(VOVWORLD) - ເນື້ອໃນຈຸດສຸມໜຶ່ງທີ່ສຳຄັນຂອງກອງປະຊຸມທົ່ວປະເທດ ຊາບຊືມ ແລະ ຜັນຂະຫຍາຍປະຕິບັດມະຕິເລກທີ 79 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດພາກລັດ ຈັດຂຶ້ນໃນວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ ແມ່ນເຮັດແຈ້ງບົດບາດເສດຖະກິດພາກລັດ, ເສົາຄ້ຳໜຶ່ງທີ່ສຳຄັນຂອງພື້ນຖານເສດຖະກິດ. ໃນສະພາບການໂລກທີ່ມີການຜັນແປຢ່າງໄວວາ, ຫວຽດນາມ ພວມຍູ້ແຮງການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງນັ້ນ, ເລື່ອງກຳນົດບົດບາດນີ້ຄືນໃໝ່ພັດກາຍເປັນຄວາມຈຳເປັນທີ່ສຸດ.

ເສດ​ຖະ​ກິດ​ພາກ​ລັດ: ບ່ອນ​ອີງ​ຂອງ​ຊາດ​ໃນ​ສັງ​ກະ​ລາດ​ໃໝ່
12/02/2026

ເມື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ

(VOVWORLD) - ໃນຊຸມວັນບຸນເຕັດປີມະເມຍ 2026, ການເຄື່ອນໄຫວເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ຄົນທຸກຍາກ, ຜູ້ມີຄວາມສ່ຽງສູງກວ່າເພີ່ນໄດ້ຈັດຂຶ້ນຢູ່ບັນດາແຂວງ ນະຄອນ. ລັດຖະບານ ແລະ ບັນດາທ້ອງຖິ່ນໄດ້ສະຫງວນເງິນຈຳນວນນັບພັນຕື້ດົ່ງ, ສົມທົບກັບບັນດາແຫຼ່ງກຳລັງສັງຄົມ ເພື່ອຮັບປະກັນໃຫ້ “ປຊຊ ທຸກຄົນ ລ້ວນແຕ່ໄດ້ຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ”. ການເອົາໃຈໃສ່ເບິ່ງແຍງບຸນເຕັດໃຫ້ແກ່ ປຊຊ ບໍ່ພຽງແຕ່ແມ່ນການເຄື່ອນໄຫວກຸສົນເທົ່ານັ້ນ, ຫາກຍັງແມ່ນການສະແດງໃຫ້ເຫັນການຮັບປະກັນການພັດທະນາເສດຖະກິດຕິດພັນກັບຄວາມຍຸດຕິທຳ ແລະ ຄວາມກ້າວໜ້າທາງສັງຄົມຢ່າງມີຊີວິດຊີວາອີກດ້ວຍ.

ເມື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ
05/02/2026

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ

(VOVWORLD) - ເອກະສານກອງປະຊຸມໃຫ່ຍຄັງທີ 14 ຂອງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງສູງຂອງພັກ ໃນການຈັດວັດທະນະທຳ ແລະ ມະນຸດເຂົ້າໃນທີ່ຕັ້ງໃຈກາງຂອງຍຸດທະສາດພັດທະນາປະເທດຊາດ. ກ່ອນໜ້ານັ້ນ, ມະຕິເລກທີ 80 ( 80-NQ/TW) ກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ໂດຍກົມການເມືອງປະກາດໃຊ້ (ວັນທີ 7 ມັງກອນ ປີ 2026) ກໍ່ໄດ້ກຳນົດວັດທະນະທຳຢູ່ທີ່ຕັ້ງໃຈກາງ, ທັງແມ່ນພື້ນຖານດ້ານຈິດໃຈຂອງສັງຄົມ, ທັງແມ່ນແຫຼ່ງກຳລັງພາຍໃນສຳຄັນ, ແມ່ນກຳລັງໜູນ ແລະ ລະບົບດັດສົມໃຫ້ແກ່ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.

ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງວັດ​ທະ​ນະ​ທຳ ຫວຽດ​ນາມ
29/01/2026

ປ​ຊ​ຊ ເປັນ​ກົກເຄົ້າ​: ແນວ​ຄິດ​ລຸ​ລ່ວງ​ໃນ​ທຸກ​ນະ​ໂຍ​ບາຍຊີ້ຂາດ

(VOVWORLD) - ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ກຳນົດຫຼາຍການກຳນົດທິດໃຫຍ່ທີ່ມີລັກສະນະຍຸດທະສາດຕໍ່ການພັດທະນາຂອງປະເທດຊາດໃນໄລຍະໃໝ່. ໃນນັ້ນ, ທັດສະນະ “ປຊຊ ເປັນກົກເຄົ້າ” ແມ່ນແນວສຄິດລຸລ່ວງ, ຄອບງຳການວາງແຜນກຳນົດແຜນນະໂຍບາຍ, ນະໂຍບາຍ ກໍ່ຄືການຈັດຕັ້ງປະຕິບັດໃນທົ່ວລະບົບການເມຶອງ.

ປ​ຊ​ຊ ເປັນ​ກົກເຄົ້າ​: ແນວ​ຄິດ​ລຸ​ລ່ວງ​ໃນ​ທຸກ​ນະ​ໂຍ​ບາຍຊີ້ຂາດ