ແຂວງ ລ້າງເຊີນ ໜູນຊ່ວຍວິສາຫະກິດສົ່ງອອກໝາກໄມ້ສົດຜ່ານດ່ານຊາຍແດນ
(VOVWORLD) -ໃນຊ່ວງເວລານີ້ ຢູ່ ຫວຽດນາມ, ບັນດາຜະລິດຕະພັນກະເສດ, ໝາກໄມ້ຂອງທ້ອງຖິ່ນຕ່າງໆ ພວມຢູ່ໃນໄລຍະເກັບກ່ຽວ, ຈຳນວນລົດບັນທຸກຂົນສົ່ງໝາກໄມ້ສົດໄປບັນດາດ່ານຊາຍແດນຂອງແຂວງ ລ້າງເຊີນ ເພື່ອສົ່ງອອກໄປຍັງ ຈີນ ນັບມື້ນັບເພີ່ມຂຶ້ນ. ເພາະສະນັ້ນ, ແຂວງ ລ້າງເຊີນ ໄດ້ເປັນເຈົ້າການສ້າງແຜນການ ແລະ ຜັນຂະຫຍາຍແບບວິທີ, ມາດຕະການຕ່າງໆຢ່າງໄຫວພິບ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ໝາກໄມ້ສົດ ໄດ້ຜ່ານດ່ານຊາຍແດນຢ່າງວ່ອງໄວ, ຫຼຸດຜ່ອນເວລາຂ້າງສາງ, ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ວິສາຫະກິດ.










