ຮູບແບບຫຼີ້ນກິລາໃໝ່ທີ່ເປັນເອກະລັກສະເພາະຢູ່ແມ່ນ້ຳ ເຮົ້າ
(VOVWORLD) -ທ່ານຜູ້ຟັງທີ່ເຄົາລົບ! ເຖິງວ່າເຄີຍ startup ດ້ວຍຫຼາຍໂຄງການກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ອຸປະກອນເອເລັກໂຕນິກກໍຕາມ, ແຕ່ ອ້າຍບ່າວ ຫງວຽນງອກມິງ ຍັງປະທັງໝົດ ແລ້ວກັບເມືອນະຄອນ ເກິ່ນເທີ startup ຄືນໃໝ່ ດ້ວຍຮູບແບບການບໍລິການທ່ອງທ່ຽວ ກະດານໂຕ້ຄື້ນ SUP (SUP paddle board) ຢູ່ແມ່ນ້ຳ ເຮົ້າ. ການຫັນທິດທີ່ໜ້າແປກໃຈນີ້ ໄດ້ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ ຫງວຽນງອກມິງ ແລະ ຮູບແບບກິລານີ້ກໍພວມດຶງດູດເພື່ອນໜຸ່ມ ແລະ ແຂກທ່ອງທ່ຽວມາຄົ້ນຫາ, ລອງຫຼິ້ນເປັນຈຳນວນຫຼາຍ.










