ສານຂອງ ປະທານປະເທດ ເລືອງເກື່ອງ ເນື່ອງໃນໂອກາດ ຫວຽດນາມ ເປັນເຈົ້າພາບຈັດພິທີເປີດການລົງນາມສົນທິສັນຍາຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງອິນເຕີເນັດ
(VOVWORLD) - ໃນສານ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືການຕ້ານອາດຊະຍາກຳທາງອິນເຕີເນັດ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍປ້ອງກັນຄວາມສະຫງົບແຫ່ງຊາດ, ພ້ອມທັງຕັ້ງໜ້າເຂົ້າຮ່ວມພ້ອມກັບປະຊາຄົມສາກົນ ໃນການຕໍ່ສູ້ຕ້ານອາດຊະຍາກຳທາງອິນເຕີເນັດ.








