ໃກ້ຈະດຳເນີນກອງປະຊຸມສຳມະນາກອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ 80 ປີ ແຫ່ງວັນສ້າງຕັ້ງ, ຕໍ່ສູ້ ແລະ ເຕີບໃຫຍ່
(VOVWORLD) - ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 14 ສິງຫາ ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ອະດີດການນຳພັກ, ລັດ; ຜູ້ຕາງໜ້າການນຳບັນດາຄະນະ, ຂະແໜງການ, ໝູ່ຄະນະຢູ່ຂັ້ນສູນກາງ; ການນຳ, ອະດີດການນຳກະຊວງປ້ອງກັນປະເທດ, ກອງເສນາທິການໃຫຍ່, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ… ພ້ອມດ້ວຍບັນດານັກວິທະຍາສາດ, ຕົວພະຍານປະຫວັດສາດ










