ກຸ່ມບໍລິສັດເຕັກໂນໂລຢີ ເຢຍລະມັນ ລົງທຶນສູນຄົ້ນຄວ້າລວມມູນຄ່າກວ່າ 150 ລ້ານ ເອີໂຣ ເຂົ້າ ຫວຽດນາມ
(VOVWORLD) - ດ້ວຍເລື່ອງສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາ SAP Labs Vietnam, ຫວຽດນາມ ຈະແມ່ນໜຶ່ງໃນຈຳນວນ 20 ປະເທດໃນທົ່ວໂລກທີ່ໄດ້ຮັບການລົງທຶນສູນ R&D ຈາກ SAP. ຜ່ານນັ້ນ ກໍປັບປຸງຄຳໝັ້ນສັນຍາຂອງ SAP ໃນການຍົກສູງກຳລັງຄວາມສາມາດດີຈີຕອນຂອງ ຫວຽດນາມ ແລະ ນຳ ຫວຽດນາມ ກາຍເປັນຕະຫຼາດເຕັກໂນໂລຢີທີ່ຂະຫຍັນຂັນເຄື່ອນແຖວໜ້າໃນພາກພື້ນ.










