(VOVWORLD) - ຕອນບ່າຍວັນທີ 5 ສິງຫານີ້ (ຕາມເວລາທ້ອງຖິ່ນ), ຢູ່ທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ Cairo, ທ່ານ ປະທານາທິບໍດີ ອີຢິບ Abdel Fattah El-Sisi ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຢູ່ສາທາລະນະລັດ ອາຣັບ ອີຢິບ. ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານ ປະທານາທິບໍດີ Abdel Fattah El-Sisi ໄດ້ມີການພົບປະວົງແຄບ ແລະ ຈາກນັ້ນໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ 2 ປະເທດເຂົ້າຮ່ວມການເຈລະຈາຢ່າງເປັນທາງການ. ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມເພື່ອຍົກລະດັບການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອີຢິບ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ.