ສະເໜີສ້າງຕັ້ງເຂດການຄ້າເສລີ ຫາຍຟ່ອງ ດ້ວຍບັນດານະໂຍບາຍເປັນເອກະລັກສະເພາະ, ບຸກທະລຸ
(VOVWORLD) - ທ່ານ ຫງວຽນວັນທັງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ນຳສະເໜີເນື້ອໃນຮ່າງມະຕິຂອງສະພາແຫ່ງຊາດ ທົດແທນໃຫ້ ມະຕິສະບັບເລກທີ 35/2021 ຂອງສະພາແຫ່ງຊາດ ກ່ຽວກັບການທົດລອງປະຕິບັດບາງກົນໄກ, ນະໂຍບາຍທີ່ເປັນເອກະລັກສະເພາະ ພັດທະນານະຄອນ ຫາຍຟ່ອງ.










