ປະເທດຊາດ ແລະ ຊາວຫວຽດນາມ

01/02/2020

ງານບຸນສົມມະນາຄຸນປ່າຂອງຊາວເຜົ່າ ກະຕູ

(VOVWORLD) -ງານບຸນສົມມະນາຄຸນປ່າ ແມ່ນຈຸດວັດທະນະທຳ ທີ່ມີມາແຕ່ດົນນານຂອງຊາວເຜົ່າ ກະຕູ ຢູ່ເມືອງ ເຕິຍຢາງ ແຂວງ ກວ໋າງນາມ ເຊິ່ງຖືກຈັດຂຶ້ນໃນຊຸມວັນຕົ້ນປີໃໝ່. ຊາວເຜົ່າ ກະຕູ ມີຄວາມສຳນຶກວ່າ ນອກຈາກພິທີພາວະນາໃຫ້ມີຄວາມໂຊກດີໃນປີໃໝ່ແລ້ວ , ພິທີສົມມະນາຄຸນປ່າຍັງແມ່ນຄຳໝັ້ນໝາຍຂອງພໍ່ແມ່ພີ່ນ້ອງ ໃນການຍົກສູງສະຕິຄວາມຮັບຜິດຊອບ ກ່ຽວກັບການຄຸ້ມຄອງ ແລະ ປົກປັກຮັກສາປ່າ ພ້ອມກັນນັ້ນກໍ່ເປັນການຜູກຮັດວົງຄະນະຍາດບັນດາເຜົ່າ

ງານບຸນສົມມະນາຄຸນປ່າຂອງຊາວເຜົ່າ ກະຕູ
18/01/2020

ລະດູ ເຣີຢາວ ຂອງພໍ່ແມ່ພີ່ນ້ອງເຜົ່າ ກະຕູ

(VOVWORLD) -ພໍ່ແມ່ພີ່ນ້ອງເຜົ່າ ກະຕູ ດຳລົງຊີວິດຢູ່ເຂດພູດອຍທີ່ບັນດາແຂວງ ກວ໋າງນາມ, ເທື່ອທຽນເຫວ້ ແລະ ທາງທິດຕາເວັນຕົກນະຄອນ ດ່າໜັງ. ເມື່ອວຽກງານເຮັດໄຮ່ໄຖນາໄດ້ສຳເລັດ, ສາລີ ເຂົ້າເປືອກ ໄດ້ຖືກຕາກໃຫ້ແຫ້ງ ແລະ ເກັບມ້ຽນໃນສາງແລ້ວ, ທຸກໆຄົນຕ່າງກໍ່ໄດ້ພາກັນອອກຈາກເຮືອນທີ່ຕັ້ງຢູ່ໃນປ່າ ຢູ່ຫ່າງໄກ ກັບຄືນມາໝູ່ບ້ານ ເພື່ອຫ້າງຫາກະກຽມຕ້ອນຮັບບຸນເຕັດ. ເນື່ອງໃນໂອກາດນີ້ ພໍ່ແມ່ພີ່ນ້ອງກໍ່ໄດ້ປະຕິບັດປະເພນີໄປ ເຣີຢາວ, ຢ້ຽມຢາມລູກສາວທີ່ໄດ້ແຕ່ງງານ ແລະ ຄອບຄົວແກ່ວດອງ

ລະດູ ເຣີຢາວ ຂອງພໍ່ແມ່ພີ່ນ້ອງເຜົ່າ ກະຕູ
11/01/2020

ນັກກິລາແລ່ນ ແລະ ລານດີເດັ່ນຂອງ ຫວຽດນາມ

(VOVWORLD) -ໃນພາບພົດອັນດີງາມ ກ່ຽວກັບຜົນງານຂອງທີມແລ່ນ ແລະ ລານແຫ່ງຊາດຫວຽດນາມ ຢູ່ຊີເກມຄັ້ງທີ 30, ຜູ້ນິຍົມກິລາ ໄດ້ມີຄວາມປະທັບໃຈເປັນພິເສດສຳລັບສາມຫຼຽນຄຳ ຂອງນາງສາວອາຍຸ 24 ປີທີ່ມີຊື່ວ່າ ຫງວຽນທິແອັວງ. ສິ່ງທີ່ໜ້າຕົນສະເງິສຳລັບສາວທີ່ມີຄີງບາງຮ່າງນ້ອຍນີ້ ແມ່ນໃນການຄວ້າຫຼຽນຄຳສາມດວງນັ້ນ, ແອັວງ ກໍ່ລ້ວນແຕ່ລື່ນກາຍຄູ່ແຂ່ງຢ່າງຂາດຂັ້ນ ເພື່ອແລ່ນຮອດເປົ້າໝາຍ ຊ້ຳບໍ່ໜຳສາມາດທຳລາຍສະຖີຕິ ຊີເກມ ໃນລາຍການແລ່ນຂ້າມສິ່ງກີດຂວາງ 3.000 ແມັດ ດ້ວຍຜົນ 10 ນາທີ 0 ວິນາທີ 02

ນັກກິລາແລ່ນ ແລະ ລານດີເດັ່ນຂອງ ຫວຽດນາມ
28/12/2019

ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າຂະມຸ ໃນແຂວງ ລາຍເຈົາ

(VOVWORLD) - ໂດຍແມ່ນໜຶ່ງໃນ 5 ຊົນເຜົ່າສ່ວນໜ້ອຍຢູ່ແຂວງ ລາຍເຈົາ, ຊາວເຜົ່າ ຂະມຸ ດຳລົງຊີວິດຢູ່ຮ່ວມກັນໃນເມືອງເຕິນອວຽນ ແລະ ເມືອງ ສິນໂຮ່. ເຖິງວ່າຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຍັງປະສົບຄວາມຫຍຸ້ງຍາກຫຼາຍກໍ່ຕາມ ແຕ່ສາງວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸຂອງຊາວເຜົ່າ ຂະມຸ ພັດມີຄວາມເປັນເອກະລັກສະເພາະ, ແມ່ນສະຖານທີ່ອັນດູດດື່ມ ສຳລັບບັນດານັກຄົ້ນຄວ້າບູຮານຄະດີ, ກໍ່ຄືແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ

ຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າຂະມຸ ໃນແຂວງ ລາຍເຈົາ
21/12/2019

ກະພາຂອງຊາວເຜົ່າ ເອເດ

(VOVWORLD) -ສຳລັບແມ່ຍິງເຜົ່າ ເອເດ ແລ້ວ ແຕ່ປາງກ່ອນກະພາແມ່ນພາຊະນະທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນ ອັນໄດ້ຊ່ວຍໃຫ້ເຂົາເຈົ້າຂົນສົງ ຜະລິດຕະພັນກະເສດ ເຂົ້າ, ນ້ຳ ດ້ວຍການເປ້ຢູ່ຫຼັງ. ໃນທຸກວັນນີ້ ເຖິງວ່າການດຳລົງຊີວິດຍຸກທັນສະໄໝ ໄດ້ຮັບການຊ່ວຍໜູນຈາກບັນດາພາຫະນະທີ່ແຕກຕ່າງກັນກໍ່ຕາມ, ແຕ່ຢູ່ ດັກລັກ ແມ່ຍິງຊາວເຜົ່າ ເອເດ ຫຼາຍຄົນຍັງນຳໃຊ້ກະພາ ເພື່ອຂົນສົ່ງສິນຄ້າຜະລິດຕະພັນກະເສດ ເມື່ອໄປໄຮ່ ຫຼື ໄປຕະຫຼາດ

ກະພາຂອງຊາວເຜົ່າ ເອເດ
14/12/2019

ມານະຈິດຂອງສິລະປິນຕາບອດ ເປົ່າຂຸ່ຍດ້ວຍດັງ

(VOVWORLD) -ຮູ້ວິທີເຮັດຂຸ່ຍ ແລະ ເປົ່າຂຸ່ຍເປັນ, ສຳລັບຄົນທຳມະດາ ກໍ່ບໍ່ແມ່ນງ່າຍແລ້ວ ດັ່ງນັ້ນສຳລັບຄົນຕາບອດແມ່ນຍິ່ງຍາກກວ່າ. ແຕ່ລຸງ ຫງວຽນຕ໊ຽນກົງ ກໍ່ສາມາດເຮັດໄດ້. ເຖິງວ່າຕາຖືກບອດທັງຄູ່ກໍ່ຕາມ ແຕ່ສຳລັບສີມືອັນຄ່ອງແຄ້ວ ແລະ ຄວາມສາມາດຟັງສຽງທີ່ດີນັ້ນ, ໃນແຕ່ລະວັນ, ລຸງໄດ້ຜະລິດອອກຂຸ່ຍທີ່ເຮັດດ້ວຍໄມ້ໃຜ່ ໂດຍຄວາມເມົາມົວຂອງຕົນ ແລະ ສາມາດເປົ່າຂຸ່ຍທີ່ບໍ່ແຕກຕ່າງຫຍັງກັບສິລະປິນອາຊີບ

ມານະຈິດຂອງສິລະປິນຕາບອດ ເປົ່າຂຸ່ຍດ້ວຍດັງ
07/12/2019

ນັກຈິດຕະກອນຄົນສຸດທ້າຍ ຂອງປະເພດພາບແຕ້ມ ຮ່າງຈ໊ົງ

(VOVWORLD) -ພາບແຕ້ມ ຮ່າງຈົ໊ງ (ຮ່າໂນ້ຍ) ແມ່ນໜຶ່ງໃນບັນດາປະເພດພາບແຕ້ມພື້ນເມືອງ ທີ່ພົ້ນເດັ່ນຢູ່ ຫວຽດນາມ. ຜູ້ສຸດທ້າຍຍັງຮັກສາເຄັດລັບອາຊີບແຕ້ມພາບພື້ນເມືອງ ຮ່າງຈົ໊ງ ແມ່ນຈິດຕະກອນດີເດັ່ນ ເລດິ່ງງຽນ. ທ່ານແມ່ນລຸ້ນຄົນທີສາມໃນຄອບຄົວ ທີ່ມີມູນເຊື້ອປະກອບອາຊີບ ແຕ້ມພາບຢູ່ບ້ານ ບິ່ງວ້ອງ ເມືອງ ເທື່ອງຕິ໊ນ, ທ່ານໄດ້ເດີນຕາມຄອບຄົວໄປຍັງ ຮ່າໂນ້ຍ ເພື່ອສ້າງອາຊີບຢູ່ຖະໜົນ ຮ່າງຈົ໊ງ ແລະ ປັດຈຸບັນ, ດຳລົງຊີວິດຢູ່ເຮືອນເລກທີ 22A ຖະໜົນ ເກື໋ອດົງ ຮ່າໂນ້ຍ

ນັກຈິດຕະກອນຄົນສຸດທ້າຍ ຂອງປະເພດພາບແຕ້ມ ຮ່າງຈ໊ົງ
30/11/2019

ນັກສິລະປະການຂອງໝູ່ບ້ານຊາວເຜົ່າຢ້າວ ແທັງອີ

(VOVWORLD) -ປີນີ້ມີອາຍຸ 64 ປີແລ້ວ ແຕ່ໃນແຕ່ລະວັນ, ນາງ ເຈືອງທິຮວາ ຢູ່ຕາແສງ ກວ໋າງລາ ເມືອງ ແຮັ່ງໂບ່ ແຂວງ ກ໋ວງນິງ ຍັງຂ້ອງຄາກັບວຽກງານສອນການຖັກແສ່ວ, ສອນຂັບຮ້ອງໂດຍບໍ່ເກັບຄ່າ ດ້ວຍຄວາມຫວັງຢາກຮັກສາ ບັນດາສິ່ງທີ່ຍອດຍິ່ງ ທາງດ້ານວັດທະຍະທຳ ຂອງຊົນເຜົ່າຢ້າວ ແທັງອີ ເພື່ອບໍ່ໃຫ້ຖືກສູນຫາຍໄປ. ດ້ວຍວຽກງານທີ່ມີຄວາມໝາຍ ເພື່ອວົງຄະນາຍາດ, ນາງ ເຈືອງທິຮວາ ໄດ້ຮັບນາມມະຍົດເປັນນັກສິລະປະການດີເດັ່ນ

ນັກສິລະປະການຂອງໝູ່ບ້ານຊາວເຜົ່າຢ້າວ ແທັງອີ
23/11/2019

ເຈົ້າເຫຼົ່າ ອາຈົງ, ຜູ້ທີ່ມີອິດທິພົນ ແລະ ສ້າງເສດຖະກິດເກັ່ງ

(VOVWORLD) -ເຈົ້າເຫຼົ່າ ອາຈົງ, ຊົນເຜົ່າເຊີດັງ ຢູ່ບ້ານ ດັກກລົງ, ຕາແສງ ດັກເຮີຣິງ, ເມືອງດັກຮ່າ, ແຂວງ ກອນຕຸມ ແມ່ນ ຜູ້ທີ່ມີອິດທິພົນໃນວົງຄະນະຍາດ, ທ່ານບໍ່ພຽງແຕ່ສ້າງເສດຖະກິດເກັ່ງເທົ່ານັ້ນ, ຫາກຍັງຕັ້ງໜ້າ ເຂົ້າຮ່ວມວຽກງານສັງຄົມ, ຊ່ວຍເຫຼືອຫຼາຍຄົນທີ່ປະສົບກັບຄວາມຫຍຸ້ງຍາກເພື່ອພ້ອມກັນບືນຕົວຂຶ້ນໃນການດຳລົງຊີວິດ

ເຈົ້າເຫຼົ່າ ອາຈົງ, ຜູ້ທີ່ມີອິດທິພົນ ແລະ ສ້າງເສດຖະກິດເກັ່ງ
16/11/2019

ແມ່ຍິງຄົນໜຶ່ງສ້າງຄວາມງາມໃຫ້ແກ່ນະຄອນຫຼວງ

(VOVWORLD) - ໃນຈຳນວນພົນລະເມືອງນະຄອນຫຼວງທີ່ດີເດັ່ນ 10 ຄົນ ໃນປີ 2019 ເຊິ່ງຫາກໍ່ຖືກເຊີດຊູ ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີ ແຫ່ງວັນປົດປ່ອຍນະຄອນຫຼວງ, ມີແມ່ຍິງຄົນໜຶ່ງ ດ້ວຍວຽກງານທີ່ລຽບງ່າຍ ໃນຊີວິດປະຈຳວັນ ແຕ່ໄດ້ປະກອບສ່ວນເປັນເວລາເກືອບ 30 ປີ ເພື່ອສ້າງຄວາມງາມຢູ່ຕາມທ້ອງຖະໜົນ ສາຍຕ່າງໆທີ່ນະຄອນຫຼວງ ຮ່າໂນ້ຍ. ນັ້ນແມ່ນ ນາງ ຫງວຽນທິແທັງຫຽວ ກຳມະກອນສັງກັດບໍລິສັດສິ່ງແວດລ້ອມຕົວເມືອງ ຮ່າໂນ້ຍ

ແມ່ຍິງຄົນໜຶ່ງສ້າງຄວາມງາມໃຫ້ແກ່ນະຄອນຫຼວງ