ວັດທະນະທໍາ

10/02/2020

ຕົ້ນລະດູບານໃໝ່ ລົງໝູ່ບ້ານ ດົງໂມນ ຮັບຟັງຂັບ ກາຈູ່

(VOVWORLD) -ໝູ່ບ້ານ ດົງໂມນ ຢູ່ຕາແສງ ຮວ່າບິ່ງ ເມືອງ ຖຸ໋ຍຫງວຽນ ນະຄອນ ຫ໋າຍຟ່ອງ ເປັນທີ່ຮູ້ຈັກກັນດີ ດ້ວຍອູ່ໃຫ້ກຳເນີດສິລະປະຂັບ ກາຈູ່ ເຂດແຄມທະເລພາກເໜືອ ຫວຽດນາມ. ຢູ່ແຫ່ງນີ້ບໍ່ພຽງແຕ່ມີຫໍບູຊາຜູ້ກໍ່ຕັ້ງອາຊີບຂັບ ກາຈູ່ ເທົ່ານັ້ນ ຫາກຍັງແມ່ນໝູ່ບ້ານຂັບ ກາຈູ່ ໃຫຍ່ໃນເຂດ ດ້ວຍບັນດານັກຮ້ອງທີ່ມີຊື່ສຽງ. ຕະຫຼອດສອງສະຕະວັດທີ່ຜ່ານມາຂັບ ກາຈູ່ ໄດ້ຊຶມເລິກເຂົ້າໃນເລືອດເນື້ອຂອງຊາວບ້ານ ດົງໂມນ

ຕົ້ນລະດູບານໃໝ່ ລົງໝູ່ບ້ານ ດົງໂມນ ຮັບຟັງຂັບ ກາຈູ່
03/02/2020

ງານ Festival ເຫວ້ 2020: ມຸ່ງໄປສູ່ວົງຄະນາຍາດ

(VOVWORLD) -ງານ Festival ເຫວ້ ຄັ້ງທີ 11 ຈະຖືກຈັດຂຶ້ນແຕ່ວັນທີ 1 ຫາວັນທີ 6 ເມສາ ປີ 2020 ເຊິ່ງເປັນຂີດໝາຍໄລຍະທາງ 20 ປີນັບຕັ້ງແຕ່ການຈັດຕັ້ງງານ Festival ຄັ້ງທຳອິດ. Festival ຄັ້ງນີ້ຈະສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບທາງດ້ານສິລະປະກຳ, ມີຄວາມໃໝ່ອ່ຽມ, ດູດດື່ມ, ພິເສດແມ່ນລັກສະນະວົງຄະນາຍາດສູງ, ດຶງດູດມະຫາຊົນຢ່າງແຂງແຮງ

ງານ Festival ເຫວ້ 2020: ມຸ່ງໄປສູ່ວົງຄະນາຍາດ
27/01/2020

ຊາວຕ່າງປະເທດຕ້ອນຮັບບຸນເຕັດຢູ່ດິນແດນ ຫວຽດນາມ

(VOVWORLD) -ບຸນປີໃໝ່ປະຈຳຊາດ ຫຼື ເອີ້ນວ່າບຸນເຕັດ ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ຊາວຕ່າງປະເທດຫຼາຍຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ມີຄວາມປະທັບໃຈທີ່ສຸດ. ເຂົາເຈົ້າໄດ້ມີຊີວິດ ໃນບັນຍາກາດບຸນປີໃໝ່ປະຈຳຊາດຂອງຊາວ ຫວຽດນາມ, ໄດ້ຢູ່ໃນບັນຍາກາດຟົດຟື້ນມ່ວນຊື່ນໃນຊຸມວັນໃກ້ຈະຮອດບຸນເຕັດ ແລະ ພິເສດມີຄວາມຮູ້ສຶກເຖິງອາລົມຈິດຄວາມຮັກແພງ ຂອງທຸກໆຄົນໃນຄອບຄົວ ໃນຊຸມວັນຕົ້ນລະດູບານໃໝ່.

ຊາວຕ່າງປະເທດຕ້ອນຮັບບຸນເຕັດຢູ່ດິນແດນ ຫວຽດນາມ
20/01/2020

ດັກລັກ ນຳຄວາມຮັກວັດທະນະທຳຄ້ອງມາໃຫ້ນັກສຶກສາ

(VOVWORLD) -ໃນໄລຍະທີ່ຜ່ານມາ, ແຂວງ ດັກລັກ ໄດ້ເປີດຊຸດຮຽນຕີຄ້ອງໃຫ້ແກ່ນັກຮຽນນັກສຶກສາ ຊົນເຜົ່າສ່ວນໜ້ອຍ ໃນບັນດາໂຮງຮຽນ. ການເຄື່ອນໄຫວນີ້ ຖືກພວກນ້ອງນັກຮຽນ, ນັກສຶກສາຕອບສະໜອງຢ່າງສຸດໃຈ ເພາະວ່າໄດ້ຊ່ວຍໃຫ້ພວກນ້ອງມີໂອກາດໄດ້ຕີຄ້ອງ, ມຸ່ງໄປສູ່ບັນດາຄຸນຄ່າກົກເຄົ້າເຫງົ້າກໍ. ຊຸດຮຽນຕີຄ້ອງຊຸດທຳອິດ ໄດ້ຖືກເປີດຢູ່ມະຫາວິທະຍາໄລ ເຕິຍງວຽນ ອັນໄດ້ຊ່ວຍໃຫ້ນັກສຶກສາຫຼາຍຄົນ ໄດ້ສຳຜັດກັບວັດທະນະທຳຄ້ອງ, ປຸກລຸກຄວາມຊົມຊອບໃນໝູ່ນັກສຶກສາ

ດັກລັກ ນຳຄວາມຮັກວັດທະນະທຳຄ້ອງມາໃຫ້ນັກສຶກສາ
13/01/2020

Unesco ຮ່ວມເດີນທາງພ້ອມກັບຫວຽດນາມ ໃນຂົງເຂດອະນຸລັກຮັກສາມໍລະດົກ

(VOVWORLD) -ການອະນຸລັກຮັກສາ ແລະ ເສີມຂະຫບາຍຄຸນຄ່າມໍລະດົກ ແມ່ນໜຶ່ງໃນບັນດາ ການເຄື່ອນໄຫວ ຕິດພັນກັບການປົກປັກຮັກສາ ແລະ ເສີມຂະຫຍາຍສີສັນຊາດ, ສ້າງການພັດທະນາໃນອະນະຄົດຂອງແຕ່ລະຊົນເຜົ່າ ຈາກບັນດາສາຍສຳພັນພິເສດສະເພາະ ໃນອະດີດຕະການ ແລະ ໃນປັດຈຸບັນ. ໃນໄລຍະທີ່ຜ່ານມາ Unesco ຍາມໃດກໍ່ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຮັກສາອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າມໍລະດົກນີ້

Unesco ຮ່ວມເດີນທາງພ້ອມກັບຫວຽດນາມ ໃນຂົງເຂດອະນຸລັກຮັກສາມໍລະດົກ
06/01/2020

ວັດທະນະທຳພື້ນເມືອງ ແລະ ຈຸດຢືນໃນຊີວິດຍຸກປັດຈຸບັນ

(VOVWORLD) -ຮ່າໂນ້ຍໄດ້ຮັບກຽດກາຍເປັນໜຶ່ງໃນຈຳນວນ 246 ນະຄອນ ທີ່ໄດ້ເຂົ້າເປັນສະມາຊິກເຄືອຂ່າຍ ນະຄອນປະດິດຄິດສ້າງຂອງອົງການ Unesco. ນີ້ແມ່ນບາດກ້າວເດີນທຳອິດທີ່ມີຄວາມໝາຍສຳຄັນ ໃນການກຳນົດທີ່ຕັ້ງຂອງເຄື່ອງໝາຍ, ໂຄສະນາພາບພົດໃນທຸກໆຂົງເຂດປະດິດຄິດສ້າງວັດທະນະທຳ. ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ນະຄອນໄດ້ສ້າງບັນດາໂຄງການເຄື່ອນໄຫວລະອຽດ ແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນ ທ່າແຮງ ຂອງຄຸນຄ່າທີ່ມີນັບ 1.000 ປີແຫ່ງນະຄອນຫຼວງ

ວັດທະນະທຳພື້ນເມືອງ ແລະ ຈຸດຢືນໃນຊີວິດຍຸກປັດຈຸບັນ
23/12/2019

ຮັກສາ ແລະ ແຜ່ຂະຫຍາຍຄວາມງາມຂອງສິລະປະຂັບແທນ

(VOVWORLD) -ຂັບແທນແມ່ນປະເພດສິລະປະການເຫຼື້ອມໃສພື້ນເມືອງ ທີ່ມີມາແຕ່ດົນນານ ຂອງບັນດາເຜົ່າໄຕ, ເຜົ່ານຸ່ງ, ຜູ້ໄທຢູ່ ຫວຽດນາມ. ສິລະປະຂັບແທນຫາກໍ່ຖືກອົງການ Unesco ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ. ນີ້ແມ່ນຄວາມເປັນກຽດ ແລະ ເປັນຄວາມເອກອ້າງທະນົງໃຈ ເພາະວ່າ ວົງຄະນາຍາດເຜົ່າໄຕ, ເຜົ່ານຸ່ງ, ໄທດຳ, ພິເສດແມ່ນບັນດານັກສິລະປະການພື້ນເມືອງ ເພີ່ມຄວາມຮັບຜິດຊອບໃນການຮັກສາ ແລະ ແຜ່ຂະຫຍາຍຄວາມງາມຂອງປະເພດສິລະປະວັດທະນະທຳພື້ນເມືອງນີ້

ຮັກສາ ແລະ ແຜ່ຂະຫຍາຍຄວາມງາມຂອງສິລະປະຂັບແທນ
16/12/2019

ນຳປຶ້ມອ່ານຂຶ້ນເຖິງສູ່ເຂດພູສູງ - ໂຄງການທີ່ມີຄວາມໝາຍຫຼາຍຢ່າງ

(VOVWORLD) -ໃນຄວາມມານະພະຍາຍາມຮ່ວມຂອງທົ່ວປະເທດ ທີ່ນຳແສງສະຫວ່າງທາງດ້ານພູມປັນຍາ ມາສູ່ພໍ່ແມ່ພີ່ນ້ອງຢູ່ເຂດພູສູງ, ເຂດຫ່າງໄກສອກຫຼີກຂອງປະເທດຊາດ, ໃນໄລຍະທີ່ຜ່ານມາ, ກົມຫໍສະໝຸດ ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມີບັນດາຂໍ້ລິເລີ່ມ ແລະ ຈັດຕັ້ງການເຄື່ອນໄຫວຜັນຂະຫຍາຍແຜນນະໂຍບາຍນີ້. ໃນນັ້ນໂຄງການມອບປຶ້ມອ່ານໃຫ້ແກ່ບັນດາຕາແສງທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາໂຮງຮຽນມັດທະຍົມ, ໂຮງຮຽນປະຖົມ ຢູ່ເຂດພູສູງແຂວງ ຮວ່າບິ່ງ ໄດ້ຮັບການຕີລາຄາວ່າ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນໃຫຍ່ຫຼວງ ນຳກາລະໂອກາດສຳຜັດກັບພູມປັນບາມາສູ່ເດັກນ້ອຍ ແລະ ປະຊາຊົນຢູ່ເຂດພູສູງແຂວງ ຮວ່າບິ່ງ

ນຳປຶ້ມອ່ານຂຶ້ນເຖິງສູ່ເຂດພູສູງ - ໂຄງການທີ່ມີຄວາມໝາຍຫຼາຍຢ່າງ
09/12/2019

ຂີດໝາຍວັດທະນະທຳ ສະໄໝລາດຊະວົງ ຮຸ່ງ ບົນດິນແດນ ທັງລອງ - ຮ່າໂນ້ຍ

(VOVWORLD) -ໃນປະຫວັດສາດຂອງຊາດ ຫວຽດນາມ, ລາດຊະວົງ ຮຸ່ງ ແມ່ນໄລຍະກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ໄລຍະທຳອິດຂອງຊາດ ຫວຽດນາມ. ສະໄໝລາດຊະວົງ ຮຸ່ງ ໄດ້ເລີ່ມແຕ່ໄລຍະວັດທະນະທຳ ດົງເຊີນ ຄືໃນສະຕະວັດທີ VII ກ່ອນ ຄ.ສ. ຢູ່ເຂດອ່າງແມ່ນ້ຳແດງ ທັງລອງ - ຮ່າໂນ້ຍ ແມ່ນດິນແດນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ສະໄໝລາດຊະວົງ ຮຸ່ງ

ຂີດໝາຍວັດທະນະທຳ ສະໄໝລາດຊະວົງ ຮຸ່ງ ບົນດິນແດນ ທັງລອງ - ຮ່າໂນ້ຍ
02/12/2019

ຂີດໝາຍແຫ່ງອະລິຍະທຳແມ່ນ້ຳແດງ ໃນວັດທະນະທຳ ທັງລອງ

(VOVWORLD) -ຕາມການເວລາ, ແມ່ນ້ຳແດງ ໄດ້ສ້າງເປັນເຂດດິນສັນດອນ ທີ່ອຸດົມສົມບູນ, ໃນນັ້ນມີນະຄອນຫຼວງ ຮ່າໂນ້ຍ. ອາດເວົ້າໄດ້ວ່າ ແມ່ນ້ຳແດງ ບໍ່ພຽງແຕ່ແມ່ນສັນຍາລັກແຫ່ງພື້ນຖານອະລິຍະທຳເຂົ້ານາທາມ ເຂດທົ່ງພຽງພາກເໜືອເທົ່ານັ້ນ ຫາກຍັງນຳບັນດາຄຸນຄ່າທາງດ້ານວັດທະນະທຳ ທີ່ເປັນເອກະລັກມາໃຫ້ຊາວ ຫວຽດນາມ ອີກດ້ວຍ

ຂີດໝາຍແຫ່ງອະລິຍະທຳແມ່ນ້ຳແດງ ໃນວັດທະນະທຳ ທັງລອງ