ວັດທະນະທໍາ

25/11/2019

ຄວາມເປັນເອກະລັກ ຂອງສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019

(VOVWORLD) -“ສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019” ໄດ້ຖືກຈັດຂຶ້ນແຕ່ ວັນທີ 18 ຫາ ວັນທີ 23 ພະຈິກ ຢູ່ບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ທີ່ ເຊີນເຕິຍ, ຮ່າໂນ້ຍ. ຢູ່ທີ່ນີ້ໄດ້ວາດພາບເຖິງ ບັນດາການເຄື່ອນໄຫວ ດຳເນີນຊີວິດ ວົງຄະນາຍາດທີ່ເປັນເອກະລັກ. ຜ່ານນັ້ນ ກໍ່ເປັນການປັບປຸງກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນທັງຊາດ, ເຊີດຊູມໍລະດົກວັດທະນະທຳບັນດາເຜົ່າ ຫວຽດນາມ.

ຄວາມເປັນເອກະລັກ ຂອງສັບປະດາມະຫາສາມັກຄີບັນດາເຜົ່າ - ມໍລະດົກວັດທະນະທຳ ຫວຽດນາມ ປີ 2019
18/11/2019

ເຊີດຊູການເຫຼື້ອມໃສບູຊາພະແມ່ ແລະ ງານບຸນບ້ານ ຫວຽດເດີມ

(VOVWORLD) -ລາຍການເຊີດຊູການເຫຼື້ອມໃສບູຊາພະແມ່ ແລະ ງານບຸນບ້ານ ຫວຽດເດີມ ໂດຍແຂວງ ຝູເຖາະ ຫາກໍ່ຈັດຕັ້ງຂຶ້ນຢູ່ເມືອງ ແທັງຖຸຍ ແນໃສ່ໂຄສະນາບັນດາຄວາມສາມາດບົ່ມຊ້ອນ ທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງແຂວງ. ພິເສດ ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ ມີຄວາມເຂົ້າໃຈ ກ່ຽວກັບການເຫຼື້ອມໃສບູຊາພະແມ່ ເອົາເກີ ຫຼາຍກວ່າເກົ່າ ແລະ ປະຕິບັດການເຫຼື້ອມໃສບູຊາພະແມ່ຂອງຊາວ ຫວຽດນາມ

ເຊີດຊູການເຫຼື້ອມໃສບູຊາພະແມ່ ແລະ ງານບຸນບ້ານ ຫວຽດເດີມ
11/11/2019

ສິລະປິນດີເລີດ ດ່າມຮ່ານຢາງ ແລະ ການນຳສິລະປະການຟ້ອນບາເລ ຫວຽດນາມ ອອກສູ່ຕ່າງປະເທດ

(VOVWORLD) -ສິລະປິນດີເລີດ ດ່າມຮ່ານຢາງ ເຊິ່ງແມ່ນສິລະປິນໜຸ່ມ ດ້ວຍຄວາມເມົາມົວ ກັບສິລະປະການຟ້ອນບາເລເປັນພິເສດ. ນອກຈາກວຽກງານຢູ່ໂຮງລະຄອນ ດົນຕີ ລະຄອນຟ້ອນ ຫວຽດນາມ ແລ້ວ, ລາວຍັງແມ່ນອາຈານສອນຢູ່ມະຫາວິທະຍາໄລ ເວທີສະແດງຮູບເງົາ ຮ່າໂນ້ຍ ແລະ ເປີດສູນສອນສິລະປະຟ້ອນບາເລ ໃຫ້ແກ່ພວກເດັກໃນເກນອາຍຸ 6 ປີຂຶ້ນໄປ. ເບິ່ງຄືວ່ານີ້ແມ່ນວິທີ ເພື່ອເຮັດໃຫ້ລຸ້ນສືບທອດ ມີຄວາມເມົາມົວ ແລະ ມີຄວາມຫວັງຢາກໃຫ້ສິລະປະຟ້ອນບາເລ ໃກ້ຊິດຕິດແທດກວ່າເກົ່າ ກໍ່ຄືນຳສິລະປະຟ້ອນບາເລຂອງ ຫວຽດນາມ ອອກສູ່ໂລກ.

ສິລະປິນດີເລີດ ດ່າມຮ່ານຢາງ ແລະ ການນຳສິລະປະການຟ້ອນບາເລ ຫວຽດນາມ ອອກສູ່ຕ່າງປະເທດ
04/11/2019

ແຂວງ ກອນຕຸມ ເສີມຂະຫຍາຍບັນດາຄຸນຄ່າ ວັດທະນະທຳບັນດາເຜົ່າ

(VOVWORLD) -ກອນຕຸມ ແມ່ນແຂວງໜຶ່ງຢູ່ເຂດພູດອຍ, ຊາຍແດນນອນຢູ່ທາງທິດເໜືອ ຂອງເຂດໄຕງວຽນ ເຊິ່ງປະກອບດ້ວຍ 28 ເຜົ່າອ້າຍນ້ອງ ທີ່ດຳລົງຊີວິດຢູ່ຮ່ວມກັນ. ແຕ່ລະເຜົ່າກໍ່ລ້ວນແຕ່ມີບັນດາສີສັນ ວັດທະນະທຳເປັນເອກະລັກສະເພາະ ແລະ ອຸດົມສົມບູນ. ໃນຊຸມປີຜ່ານມາ ພ້ອມກັບຄວາມເອົາໃຈໃສ່ຂອງພັກ ແລະ ລັດ ແລະ ເສີມຂະຫຍາຍກຳລັງພາຍໃນ ດ້ວຍການປ່ຽນແປງໃໝ່ຫຼາຍຢ່າງ ໃນຂະບວນວິວັດແຫ່ງການພັດທະນາວັດທະນະທຳພື້ນເມືອງ, ແຂວງ ກອນຕຸມ ໄດ້ບັນລຸບັນດາຜົນງານທີ່ສຳຄັນໃນການພັດທະນາການອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າ ວັດທະນະທຳບັນດາເຜົ່າໃນແຂວງ

ແຂວງ ກອນຕຸມ ເສີມຂະຫຍາຍບັນດາຄຸນຄ່າ ວັດທະນະທຳບັນດາເຜົ່າ
28/10/2019

ເພີ່ມທະວີການໂຄສະນາວັດທະນະທຳ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ

(VOVWORLD) -ແຕ່ຫຼາຍປີມານີ້, ຄຳວ່າ “ຫວຽດນາມ” ນັບມື້ນັບກາຍເປັນ ສິ່ງທີ່ໃກ້ຊິດ ຕິດພັນ ແລະ ລື້ງເຄີຍສຳລັບບັນດາເພື່ອນມິດ, ແຂກທ່ອງທ່ຽວໃນທົ່ວໂລກ. ຈຳນວນແຂກທ່ອງທ່ຽວກວ່າ 15 ລ້ານເທື່ອຄົນມາຢ້ຽມຢາມ ຫວຽດນາມ ໃນປີ 2018 ໄດ້ເປັນຫຼັກຖານຢັ້ງຢືນ ຮູບພາບຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳ ຫວຽດນາມ ທີ່ມີຄວາມດູດດື່ມສຳລັບຫຼາຍປະເທດໃນໂລກ. ຈຳນວນແຂກທ່ອງທ່ຽວມາ ຫວຽດນາມ ໄດ້ເພີ່ມຂຶ້ນເປັນກ້າວໆນັ້ນ ກໍ່ຍ້ອນຄວາມຕັ້ງໜ້າໂຄສະນາວັດທະນະທຳ ຫວຽດນາມ ໃຫ້ແກ່ປະຊາຊົນຢູ່ຫຼາຍປະເທດໃນໂລກ.

ເພີ່ມທະວີການໂຄສະນາວັດທະນະທຳ ຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ
21/10/2019

ອະນຸລັກເສີມຂະຫຍາຍຄຸນຄ່າ ເຂດອະນຸສອນສະຖານປະທານໂຮ່ຈິມິນ ໃນບໍລິເວນທຳນຽບປະທານປະເທດ

(VOVWORLD) - ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນບໍລິເວນທຳນຽບປະທານປະເທດຕັ້ງຢູ່ເຮືອນເລກທີ 1 ຖະໜົນ ແບັກຖ໋າວ ເມືອງ ບາດິ່ງ ຮ່າໂນ້ຍ ເຊິ່ງແມ່ນບ່ອນຢູ່ ແລະ ເຮັດວຽກຂອງປະທານ ໂຮ່ຈີມິນ ນັບແຕ່ພາຍຫຼັງວັນປົດປ່ອຍ ນະຄອນຫຼວງຮ່າໂນ້ຍ ເມື່ອປີ 1954. ນີ້ກໍ່ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ໄດ້ສິ້ນລົມຫາຍໃຈໃນປີ 1969. ພາຍຫຼັງທີ່ປະທານ ໂຮ່ຈີມິນ ໄດ້ລ່ວງຫຼັບໄປເມື່ອວັນທີ 2 ກັນຍາ ປີ 1969, ລັດຖະບານ ຫວຽດນາມ ໄດ້ຕົກລົງອະນຸລັກບ່ອນຢູ່ ແລະ ເຮັດວຽກຂອງເພິ່ນ ຢູ່ທຳນຽບປະທານປະເທດ ແລະ ເປີດປະຕູຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນເຂົ້າມາຢ້ຽມຊົມ ທັດສະນະສຶກສາ

ອະນຸລັກເສີມຂະຫຍາຍຄຸນຄ່າ ເຂດອະນຸສອນສະຖານປະທານໂຮ່ຈິມິນ ໃນບໍລິເວນທຳນຽບປະທານປະເທດ
14/10/2019

ບົດລະຄອນ “ທ້າວ ວາເນຍ”, ຜະລິດຕະພັນຮ່ວມມືຢ່າງສຳເລັດຜົນ ລະຫວ່າງໂຮງລະຄອນຕ໋ວຍແຈ໋ ຫວຽດນາມ ກັບໂຮງລະຄອນ ຄົງເຕື່ອງ ຂອງຍີ່ປຸ່ນ

(VOVWORLD) -ກວ່າ 120 ປີນັບຕັ້ງແຕ່ເມື່ອປະກາດບົດລະຄອນ “ທ້າວ ວາເນຍ” ຂອງນັກປະພັນຊາວລັດເຊຍ ອານໂຕນ ປາບໂລວິກ ຈີຄົບ ເຊິ່ງໄດ້ຖືກວາດພາບບົນເວທີສະແດງ ຫວຽດນາມ. ບົດລະຄອນໄດ້ຖືກສະແດງ ໂດຍຜູ້ກຳກັບການສະແດງຊາວ ຍີ່ປຸ່ນ ຊູໂຢຊີ ຢູກີຢາມາ ພ້ອມກັບບັນດານັກສະແດງຫວຽດນາມ ແລະ ຍີ່ປຸ່ນປະຕິບັດ ອັນໄດ້ເຮັດໃຫ້ຜູ້ຊົມຕ່າງກໍ່ມີຄວາມສະດຸ້ງໃຈ

ບົດລະຄອນ “ທ້າວ ວາເນຍ”, ຜະລິດຕະພັນຮ່ວມມືຢ່າງສຳເລັດຜົນ ລະຫວ່າງໂຮງລະຄອນຕ໋ວຍແຈ໋ ຫວຽດນາມ ກັບໂຮງລະຄອນ ຄົງເຕື່ອງ ຂອງຍີ່ປຸ່ນ
07/10/2019

ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4, ໂອກາດພົບປະແລກປ່ຽນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ຕ່າງປະເທດ

(VOVWORLD) -ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4, ໂອກາດພົບປະແລກປ່ຽນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ຕ່າງປະເທດ. ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4 ໄດ້ຖືກຈັດຂຶ້ນແຕ່ວັນທີ 4 ຫາວັນທີ 13 ຕຸລາ ຢູ່ຮ່າໂນ້ຍ ເຊິ່ງມີ 14 ບົດລະຄອນ ຢູ່ພາຍໃນປະເທດ ຫວຽດນາມ ແລະ 7 ບົດລະຄອນຂອງຕ່າງປະເທດ. ໂດຍຄວາມມານະພະຍາຍາມ ຄົ້ນຫາຊອກຮູ້ ວີທີການສະແດງບົນເວທີການສະໃໝ່ ທີ່ມີລັກສະນະບຸກທະລຸ ມີຫົວຄິດປະດິດສ້າງ ແລະ ມີລັກສະນະທົດລອງສູງ ໃນຂະບວນວິວັດ ແຫ່ງການປະດິດຄິດສ້າງສິລະປະ, ບັນດາລາຍການສະແດງບົນເວທີທົດລອງທີ່ເຂົ້າຮ່ວມໃນຄັ້ງນີ້ ແມ່ນມີຫຼາຍຮູບຫຼາຍສີກ່ຽວກັບວິທີການສະແດງສິລະປະ.

ງານມະໂຫລານສາກົນ ເວທີສະແດງທົດລອງ ຄັ້ງທີ 4, ໂອກາດພົບປະແລກປ່ຽນຂອງບັນດານັກສິລະປິນທັງຢູ່ພາຍໃນ ແລະ ຕ່າງປະເທດ
30/09/2019

Wings Books, ເຄື່ອງໝາຍຂອງປຶ້ມທີ່ສະຫງວນໃຫ້ແກ່ຜູ້ອ່ານໄວ16 ປີຂຶ້ນໄປ

(VOVWORLD) -ຖ້າຫາກວ່າປຶ້ມທີ່ສະຫງວນໃຫ້ແກ່ອະນຸຊົນຕົ້ນຕໍ ແມ່ນມຸ່ງໄປສູ່ຄຸນຄ່າວັດທະນະທຳມະນຸດນັ້ນ, ແຕ່ສຳລັບຜູ້ອ່ານໄວ 16 ປີຂຶ້ນໄປ, ນອກຈາກປຶ້ມວັນນະຄະດີ, ຄວາມສົນໃຈຂອງເຂົາເຈົ້າແມ່ນ ກວ້າງຂວາງກວ່າ, ແລະ ເປີດກວ້າງກ່ຽວກັບທາງດ້ານເນື້ອໃນ, ມີຫຼາຍຮູບຫຼາຍສີກ່ຽວກັບຫົວເລື່ອງ. ໂດຍກຳແໜ້ນຄວາມຕ້ອງການດັ່ງກ່າວ, ສຳນັກພິມ ກີມດົ່ງ ໄດ້ສະເໝີຕົວຕໍ່ຜູ້ອ່ານ ໂຄງການປຶ້ມທີ່ສະຫງວນສະເພາະໃຫ້ແກ່ຜູ້ອ່ານໄວ 16 ປີຂຶ້ນໄປທີ່ມີເຄື່ອງໝາຍ Wings Books

Wings  Books, ເຄື່ອງໝາຍຂອງປຶ້ມທີ່ສະຫງວນໃຫ້ແກ່ຜູ້ອ່ານໄວ16 ປີຂຶ້ນໄປ
23/09/2019

ຄວາມມານະພະຍາມ ນຳວັນນະຄະດີ ຫວຽດນາມ ອອກສູ່ຕ່າງປະເທດ ໃນໄລຍະເຊື່ອມໂຍງສາກົນ

(VOVWORLD) -ສອງສາມປີມໍ່ໆມານີ້, ນັກປະພັນບາງຄົນຂອງ ຫວຽດນາມ ໄດ້ຮັການເຊີດຊູ ແລະ ໄດ້ຮັບລາງວັນສາກົນ ດ້ວຍບັນດາບົດປະພັນວັນນະຄະດີ ທີ່ປະທັບໃຈ. ພ້ອມກັນນັ້ນ ມີບົດປະພັນວັນນະຄະດີ ຫວຽດນາມ ຫຼາຍບົດກໍ່ໄດ້ຖືກແປ ແລະ ຈຳໜ່າຍອອກສູ່ປະເທດຕ່າງໆໃນໂລກ ອັນໄດ້ສະແດງໃຫ້ເຫັນວ່າ ວັນນະຄະດີ ຫວຽດນາມ ພວມມຸ່ງໄປສູ່ແດນໄກ. ການໂຄສະນາ ແລະ ນຳປຶ້ມອ່ານຂອງ ຫວຽດນາມ ອອກສູ່ຕ່າງປະເທດ ບໍ່ພຽງແຕ່ແມ່ນວິທີແນະນຳໃຫ້ແກ່ເພື່ອນມິດສາກົນ ໄດ້ຮັບຊາບກ່ຽວກັບບົດປະພັນວັນນະຄະດີທີ່ດີທີ່ມ່ວນຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນວິທີເຮັດການທ່ອງທ່ຽວ, ໂຄສະນາພາບພົດ ແລະ ວັດທະນະທຳຂອງປະເທດ ຫວຽດນາມອີກດ້ວຍ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ວັນນະຄະດີ ຫວຽດນາມ ສາມາດຄອງຕະຫຼາດຕ່າງໆ ທີ່ຕ້ອງການບົດປະພັນທີ່ມີຄຸນນະພາບສູງ

ຄວາມມານະພະຍາມ ນຳວັນນະຄະດີ ຫວຽດນາມ ອອກສູ່ຕ່າງປະເທດ  ໃນໄລຍະເຊື່ອມໂຍງສາກົນ