ສະຖານະການ ການເມືອງ

16/11/2020

ຫວຽດ​ນາມ ແລະ ບັນ​ດາ​ຂີດ​ໝາຍ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ 2020

(VOVWORLD) -ຕອນບ່າຍວັນທີ 15 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ອັດລົງຢູ່ຮ່າໂນ້ຍ ພາຍຫຼັງໄດ້ເຮັດວຽກມາເປັນເວລາ 4 ວັນ. ບັນດາໝາກຜົນທີ່ບັນລຸໄດ້ທີ່ກອງປະຊຸມສຸດຍອດຄັ້ງນີ້ ພ້ອມກັບຜົນງານຂອງທັງປີ 2020 ໄດ້ຍົກໃຫ້ເຫັນນ້ຳໃຈສະໜິດຕິດພັນ, ເປັນເຈົ້າການຮັບມືຂອງຫວຽດນາມ ກໍ່ຄືບັນດາປະເທດອາຊຽນ ໃນສະພາບການໂລກມີການຜັນແປ ຍ້ອນການແກ່ງແຍ້ງທາງດ້ານຍຸດທະສາດລະຫວ່າງບັນດາປະເທດໃຫ່ຍ ກໍ່ຄືການກະທົບທີ່ຫຍໍ້ທໍ້ຂອງໂລກລະບາດໂຄວິດ 19.

ຫວຽດ​ນາມ ແລະ ບັນ​ດາ​ຂີດ​ໝາຍ​ໃນ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ 2020
13/11/2020

ອາ​ຊຽນ ຕັດ​ສິນ​ໃຈ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) - ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ພວມດຳເນີນຢູ່ຮ່າໂນ້ຍ, ພາຍໃຕ້ຮູບການທາງອອນລາຍ. ສິ່ງທີ່ໜ້າສົນໃຈໃນກອງປະຊຸມສຸດຍອດຄັ້ງນີ້ເປັນຄັ້ງທຳອິດທີ່ການນຳບັນດາປະເທດ ໄດ້ຮັບຮອງ ແລະ ປະກາດເອກະສານເປັນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ໃນນັ້ນ, ເນື້ອໃນຂອງເອກະສານຫຼາຍສະບັບ ໄດ້ສຸມໃສ່ການຟື້ນຟູພື້ນຖານເສດຖະກິດ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19, ເພີ່ມທະວີການຮ່ວມມື, ການເຊື່ອມຕໍ່ດ້ານການຄ້າ, ການລົງທຶນ, ການສັນຈອນໄປ-ມາຂອງປະຊາຊົນໃນພາກພື້ນ ກໍຄື ກັບບັນດາປະເທດຄູ່ຮ່ວມມື.

ອາ​ຊຽນ ຕັດ​ສິນ​ໃຈ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19
12/11/2020

ASEAN Summit 37: ປີເປັນປະທານ ອາຊຽນ 2020 ປະສົບກັບສິ່ງທ້າທາຍຫລາຍຢ່າງ

(VOVWORLD) - ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງ ໄດ້ໄຂຂຶ້ນໃນວັນທີ 12 ພະຈິກ ຢູ່ ຮ່າໂນ້ຍ ດ້ວຍຮູບການທາງອອນລາຍ. ໂດຍສືບຕໍ່ຫົວເລື່ອງ “ສະຫນິດຕິດພັນ ແລະ ເປັນເຈົ້າການຮັບມື”ຂອງ ອາຊຽນປີ 2020, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແມ່ນກອງປະຊຸມສຸດຍອດສຸດທ້າຍ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນອາຍຸການເປັນປະທານ ອາຊຽນ 2020 ແມ່ນໂອກາດເພື່ອໃຫ້ ອາຊຽນ ຕີລາຄາໂດຍສັງເຂບກ່ຽວກັບໝາກຜົນແຫ່ງການຮ່ວມມືພາຍໃນກຸ່ມ, ນອກກຸ່ມ ແລະວາງອອກການກຳນົດທິດບຸລິມະສິດໃຫ້ແກ່ໄລຍະຕໍ່ໄປ.

ASEAN Summit 37: ປີເປັນປະທານ ອາຊຽນ 2020  ປະສົບກັບສິ່ງທ້າທາຍຫລາຍຢ່າງ
11/11/2020

ວາລະຊັກຖາມ “ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ”

(VOVWORLD) - ວາລະຊັກຖາມຄັ້ງນີ້ ສືບຕໍ່ຮຽກຮ້ອງໃຫ້ມີຄວາມກະທັດຮັດ, ຄຳຕອບຕ້ອງຖືກຕາມຄວາມຕ້ອງການ, ຖືກຕາມເນື້ອໃນຊັກຖາມ, ຄຸນນະພາບວາລະຊັກຖາມກໍ່ໄດ້ຍົກສູງຂຶ້ນ. ແຕ່ລະຄົນຕັ້ງຄຳຖາມໃນເວລາ 1 ນາທີ, ຕາມການກຳນົດແລ້ວ ຄຳຕອບໃຊ້ເວລາຫລາຍສຸດແມ່ນ 3 ນາທີ.

ວາລະຊັກຖາມ “ປະຊາທິປະໄຕ, ກົງໄປກົງມາ, ມີຄວາມຮັບຜິດຊອບ ແລະ ສ້າງສັນ”
10/11/2020

ປະເທດອາເມລິກາ ພາຍຫຼັງການເລືອກຕັ້ງ: ມຸ່ງໄປເຖິງຄວາມສາມັກຄີ ແລະ ການເຊືື່ອມຈອດ

(VOVWORLD) -ບັນດາການເລືອກຕັ້ງປະທານາທິບໍດີອາເມລິກາ ແມ່ນໂອກາດເພື່ອໃຫ້ປະຊາຊົນ ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາກ່ຽວກັບຖັນແຖວການນຳໃນອາຍຸການໃໝ່ເຊິ່ງເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈປ່ອນບັດເລືອກຕັ້ງ.

ປະເທດອາເມລິກາ ພາຍຫຼັງການເລືອກຕັ້ງ: ມຸ່ງໄປເຖິງຄວາມສາມັກຄີ ແລະ ການເຊືື່ອມຈອດ
09/11/2020

ສາມ​​ບຸກ​ທະ​ລຸ​ຍຸດ​ທ​ະ​ສາດ - ຈຸດ​ສຸມ​ພ​ັດ​ທະ​ນາ​ຂອງ ຫວຽດ​ນາມ ໃນ 10 ປີ ຈະ​ມາ​ເຖິງ

(VOVWORLD) -ຮ່າງເອກະສານສະບັບຕ່າງໆທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ພວມດຳເນີນຂັ້ນຕອນເອົາຄຳເຫັນປະກອບໃນທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເພື່ອປະຕິບັດ ໃຫ້ສຳເລັດສົມບູນແບບ. ສາມບຸກທະລຸຍຸດທະສາດທີ່ໄດ້ຍົກອອກມາໃນຮ່າງບົດລາຍງານສະຫຼຸບການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ ໄລຍະ 2011 – 2020, ສ້າງຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ ໄລຍະ 2021 – 2030 ແມ່ນ: ສ້າງລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສົມບູນແບບ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດຕາມທິດທັນສະໄໝໂດຍໄວ ເຊິ່ງບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ມີຄວາມສົນໃຈ ແລະ ໃຫ້ການປະກອບຄຳເຫັນ.

ສາມ​​ບຸກ​ທະ​ລຸ​ຍຸດ​ທ​ະ​ສາດ - ຈຸດ​ສຸມ​ພ​ັດ​ທະ​ນາ​ຂອງ ຫວຽດ​ນາມ ໃນ 10 ປີ ຈະ​ມາ​ເຖິງ
06/11/2020

ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເອີ​ລົບ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ

(VOVWORLD) - ໃນຊຸມມື້ທີ່ຜ່ານມາ, ຄະນະກຳມະການເອີລົບ (EC) ກໍ່ຄືບັນດາອົງການຈັດຕັ້ງສາກົນ ໄດ້ປະກາດບັນດາຂໍ້ມູນຂ່າວ ທີ່ບໍ່ມີຄວາມປະເອີບໃຈຫຼາຍ ກ່ຽວກັບສະພາບການເຕີບໂຕດ້ານເສດຖະກິດຂອງເອີລົບ. ການແຜ່ລະບາດຂອງໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ທ່າຟື້ນຟູເສດຖະກິດຖືກຊັກຊ້າລົງ ພ້ອມທັງປັບປຸງຂໍ້ສັງເກດທີ່ວ່າ: ພື້ນຖານເສດຖະກິດພາກພື້ນເອີລົບ ຈະບໍ່ກັບຄືນສູ່ສະພາບປົກກະຕິໃນກ່ອນປີ 2023 ໄດ້.

ການ​ເຕີບ​ໂຕ​ເສດ​ຖະ​ກິດ​ເອີ​ລົບ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນ​ຟູ
05/11/2020

ບັນ​ດາກອງ​ປະ​ຊຸມ​ໃຫ​ຍ່​ອົງ​ຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ

(VOVWORLD) -ອົງຄະນະພັກຂຶ້ນກັບສູນກາງພັກກອມມູນິດຫວຽດນາມ ທັງໝົດ ຫາກໍ່ສຳເລັດການຈັດຕັ້ງກອງປະຊຸມໃຫຍ່ຂອງຕົນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ອາຍຸການ 2020 – 2025. ບັນດາກອງປະຊຸມໃຫຍ່ ໄດ້ດຳເນີນໄປໃນບັນຍາກາດປະຊາທິປະໄຕ, ກົງໄປກົງມາ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງຕ່າງໆນັ້ນ ລ້ວນແຕ່ເສີມຂະຫຍາຍສິດ ແລະ ຄວາມຮັບຜິດຊອບຂອງຕົນເປັນຢ່າງດີ ສຳລັບການຄັດເລືອກເອົາບຸກຄະລາກອນ ແລະ ເຂົ້າຮ່ວມການປະກອບຄຳເຫັນຕັດສິນບັນດາບັນຫາສຳຄັນເພື່ອໃຫ້ມະຕິຂອງບັນດາອົງຄະນະພັກມີຄຸນນະພາບ, ມີລັກສະນະເປັນໄປໄດ້ໃນລະດັບສູງ. ຄຸນນະພາບບຸກຄະລາກອນທີ່ເຂົ້າຮ່ວມຄະນະບໍລິຫານງານບັນດາອົງຄະນະພັກກໍ່ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.

ບັນ​ດາກອງ​ປະ​ຊຸມ​ໃຫ​ຍ່​ອົງ​ຄະ​ນະ​ພັກ​ຂຶ້ນ​ກັບ​ສູນ​ກາງ​ບັນ​ລຸ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ
04/11/2020

ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2020 ໃຫ້ສຳເລັດ

(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 14 ໄດ້ສະຫງວນເວລາ 3 ວັນ (ແຕ່ວັນທີ 3-5 ພະຈິກ) ເພື່ອປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມປີ 2020, ແຜນການປີ 2021, ເປົ້າໝາຍ ແລະ ບາງໜ້າທີ່, ມາດຕະການພັດທະນາເສດຖະກິດ-ສັງຄົມໄລຍະປີ 2021 – 2025.

ຫວຽດນາມ ມານະພະຍາຍາມປະຕິບັດເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2020 ໃຫ້ສຳເລັດ
03/11/2020

ປະເທດອາເມລິກາ ກ້າວເຂົ້າສູ່ມື້ປ່ອນບັດເລືອກຕັ້ງປະທານາທິບໍດີ

(VOVWORLD) -ນີ້ແມ່ນເຫດການການເມືອງສຳຄັນຍິ່ງຂອງປະເທດອາເມລິກາ, ເຊິ່ງດຳເນີນໃນສະພາບໂລກລະບາດໂຄວິດ-19 ພວມແຜ່ລະບາດ ແລະ ອາເມລິກາ ແມ່ນປະເທດທີ່ຖືກຮັບຜົນສະທ້ອນຫຼາຍທີ່ສຸດ.

ປະເທດອາເມລິກາ ກ້າວເຂົ້າສູ່ມື້ປ່ອນບັດເລືອກຕັ້ງປະທານາທິບໍດີ