ບັນຫາທະເລຕາເວັນອອກ ຢູ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ
(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນວົງແຄບ (ADMM ວົງແຄບ) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນເປີດກ້ວາງ (ADMM+) ຄັ້ງທີ 6 ໄດ້ຈັດຕັ້ງຢູ່ ບາງກອກ, ປະເທດໄທ, ໃນລະຫວ່າງວັນທີ 16 – 19 ພະຈິກ, ໜຶ່ງໃນບັນດາບັນຫາທີ່ໄດ້ດຶງດູດຄວາມສົນໃຈຂອງບັນດາຜູ້ແທນເຂົ້າຮ່ວມກອງປະຊຸມແມ່ນບັນຫາທະເລຕາເວັນອອກ. ບັນດາຜູ້ແທນລ້ວນແຕ່ຢັ້ງຢືນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກແມ່ນມີຄວາມໝາຍສຳຄັນທີ່ສຸດສຳລັບສັນຕິພາບໃນພາກພື້ນ.










