ສ້າງຖັນແຖວປັນຍາຊົນທີ່ໝັ້ນຄົງເຂັ້ມແຂງ ເພື່ອຍົກລະດັບພູມປັນຍາແຫ່ງຊາດ
(VOVWORLD) -“ໃນທຸກຍຸກທຸກສະໄໝ ແລະ ຢູ່ທຸກປະເທດ, ຖັນແຖວປັນຍາຊົນ ຍາມໃດກໍແມ່ນກຳລັງສຳຄັນຊຸກຍູ້ການພັດທະນາຂອງສັງຄົມ”. ສິ່ງດັ່ງກ່າວ ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກທີ່ພິທີສະເຫຼີມສະຫຼອງວັນປະທານໂຮ່ຈີມິນ ພົບປະກັບຖັນແຖວປັນຍາຊົນ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງ ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຄົບຮອບ 40 ປີ (24/03/2023) ຢູ່ ຮ່າໂນ້ຍ. ຢູ່ເວທີປາໄສດັ່ງກ່າວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຢັ້ງຢືນວ່າ ພັກ, ລັດ ຫວຽດນາມ ຍາມໃດກໍເອົາໃຈໃສ່ເບິ່ງແຍງດູແລ ແລະ ສ້າງທຸກເງື່ອນໄຂທີ່ດີທີ່ສຸດໃນຄວາມອາດສາມາດຂອງຕົນ ເພື່ອສົ່ງເສີມກຳລັງຄົ້ນຄວ້າ, ປະດິດຄິດສ້າງ, ຊອກຫາຖັນແຖວນັກວິທະຍາສາດ, ປັນຍາຊົນຂອງປະເທດຊາດ.










