ສ້າງລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງເປັນສົມບູນແບບເພື່ອພັດທະນາວັດທະນະທຳ
(VOVWORLD) -ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍຍົກສູງບົດບາດຂອງວັດທະນະທຳ ແລະ ວຽກງານພັດທະນາວັດທະນະທຳຮັບໃຊ້ການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຕົວຈິງໄດ້ສະແດງໃຫ້ເຫັນຜົນງານໃນການພັດທະນາວັດທະນະທຳໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ມີປະສິດທິຜົນເຂົ້າໃນວຽກງານພັດທະນາເສດຖະກິດ - ສັງຄົມ, ການເຊື່ອມໂຍງສາກົນຂອງປະເທດຊາດ, ກາຍເປັນໜຶ່ງໃນບັນດາເສົາຄ້ຳຂອງການພັດທະນາແບບຍືນຍົງ. ເພາະສະນັ້ນ, ການສ້າງລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ສົມບູນແບບເພື່ອພັດທະນາວັດທະນະທຳ ນັບມື້ນັບກາຍເປັນວຽກງານທີ່ຈຳເປັນ, ຮີບດ່ວນ, ຮຽກຮ້ອງຕ້ອງມີການເຂົ້າຮ່ວມຢ່າງຂ້ຽວຂາດ, ແຮງກ້າຂອງອົງການຄຸ້ມຄອງລັດ ແລະ ຂອງທົ່ວສັງຄົມ.










