ເສດຖະກິດ

15/11/2022

ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ

(VOVWORLD) -ໂດຍແມ່ນແຂວງ ຂຶ້ນກັບທາງທິດຕາເວັນອອກພາກໃຕ້, ນອນໃນເຂດເສດຖະກິດຈຸດສຸມທາງພາກໃຕ້, ໃນຊຸມປີຜ່ານມາ, ແຂວງ ບິ່ງເຢືອງ ຍາມໃດກໍ່ຮັກສາທ່າພັດທະນາ, ຢັ້ງຢືນບົດບາດແມ່ນກ້ຳເຕີບໂຕສຳຄັນຂອງທົ່ວປະເທດ. ເປົ້າໝາຍຍາວນານໃນການວາງແຜນກຳນົດຂອງແຂວງ ໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050 ແມ່ນນຳແຂວງ ບິ່ງເຢືອງ ກາຍເປັນທ້ອງຖິ່ນທີ່ມີກຳລັງແກ້ງແຍ້ງທົ່ວໂລກກ່ຽວກັບການດຶງດູດ, ພັດທະນາ ແລະ ຮັກສາຜູ້ມີຄວາມເກັ່ງກ້າດ້ານວິທະຍາສາດ, ສ້າງພື້ນຖານໃຫ້ແກ່ໄລຍະຕໍ່ໄປ.

ບິ່ງເຢືອງ: ວິໄສທັດ ແລະ ກາລະໂອກາດພັດທະນາ
15/11/2022

ຮ່າໂນ້ຍ: ຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ

(VOVWORLD) -ນະຄອນ ຮ່າໂນ້ຍ ຍາມໃດກໍ່ນອນໃນກຸ່ມນຳຫນ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ຍ້ອນສະພາບແວດລ້ອມແຫ່ງການລົງທຶນສະດວກ, ການເມືອງມີສະຖຽນລະພາບ, ພື້ນຖານໂຄງລ່າງສະດວກ, ແຫລ່ງຊັບພະຍາກອນມະນຸດອຸດົມສົມບູນ, ມີຄຸນນະພາບສູງ. ກະແສເງິນລົງທຶນໂດຍກົງຂອງຕ່າງປະເທດເຂົ້າມາ ຮ່າໂນ້ຍ ສືບຕໍ່ເພີ່ມຂຶ້ນ ໄດ້ປະກອບສ່ວນພັດທະນາເສດຖະກິດຂອງນະຄອນຫລວງ ພ້ອມທັງຮັບປະກັນຊີວິດສັງຄົມ.

ຮ່າໂນ້ຍ: ຈຸດເດັ່ນໃນການດຶງດູດການລົງທຶນຂອງຕ່າງປະເທດ
08/11/2022

ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ໜູນ​ຊ່ວຍ​ຟື້ນ​ຟູ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາລະບົບທະ​ນາ​ຄານເປັນປົກກະຕິ ແລະ ມີຄວາມປອດໄພ

(VOVWORLD) -ທ້າຍເດືອນກັນຍາຜ່ານມາ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຕັດສິນເພີ່ມອັດຕາດອກເບ້ຍ ບໍລິຫານຂຶ້ນ 1% ພາຍຫຼັງໄດ້ຮັກສາເປັນປົກກະຕິເປັນເວລາ 2 ປີ ແລະ ທ້າຍເດືອນຕຸລາ, ທະນາຄານແຫ່ງລັດ ສືບຕໍ່ກຳນົດເພີ່ມດອກເບ້ຍບໍລິຫານຕື່ມອີກ 1%, ພ້ອມທັງປັບປຸງ ອັດຕາແລກປ່ຽນເງິນຕາຕ່າງປະເທດ. ຢູ່ກອງປະຊຸມສະໄໝສາມັນຄັ້ງທີ 4, ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາສູງການປັບປຸງທີ່ເໝາະສົມກັບການຜັນແປດ້ານການເງິນ - ເງິນຕາໂລກແລະ ຫວັງວ່າທະນາຄານແຫ່ງລັດຈະສືບຕໍ່ຕິດແທດກັບສະພາບການຕົວຈິງ, ຄົ້ນຄ້ວາເພື່ອມີວິທີການບໍລິຫານນະໂຍບາຍການເງິນທີ່ມີໄຫວພິບ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍຄວບຄູ່ ເຊິ່ງແມ່ນໜູນຊ່ວຍຟື້ນຟູເສດຖະກິດ ແລະຄວບຄຸມໄພເງິນເຟີ້, ຮັກສາລະບົບສິນເຊື່ອທະນາຄານເປັນປົກກະຕິແລະມີຄວາມປອດໄພ.

ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ໜູນ​ຊ່ວຍ​ຟື້ນ​ຟູ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາລະບົບທະ​ນາ​ຄານເປັນປົກກະຕິ ແລະ ມີຄວາມປອດໄພ
25/10/2022

ນັກທຸລະກິດ ເຊີນລາ ຮ່ວມເດີນທາງນຳຜະລິດຕະພັນກະເສດອອກໄປໄກກວ່າ

(VOVWORLD) -ໂດຍແມ່ນແຂວງ ທີ່ມີເນື້ອທີ່ດິນປູກຕົ້ນໄມ້ກິນໝາກ, ຜະລິດຕະພັນກະເສດຫລາຍພໍສົມຄວນຂອງທົ່ວປະເທດ, ຊຸມປີມໍ່ໆມານີ້ ຜະລິດຕະພັນກະເສດຂອງ ແຂວງ ເຊີນລາ ໄດ້ແຊກຊືມເຂົ້າຕະຫລາດຫລາຍແຫ່ງຢູ່ພາຍໃນ ແລະ ຕ່າງປະເທດ. ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນມີການປະກອບສ່ວນບໍ່ຫນ້ອຍຂອງບັນດານັກທຸລະກິດ, ວິສາຫະກິດ, ສະຫະກອນໃນການຜະລິດ, ປຸງແຕ່ງ, ຈຳຫນ່າຍ ແລະ ສົ່ງອອກ, ປະກອບສ່ວນຍົກສູງມູນຄ່າ, ເຄື່ອງໝາຍການຄ້າ, ນຳຜະລິດຕະພັນກະເສດຂອງແຂວງ ໄປໄກກວ່າ.

ນັກທຸລະກິດ ເຊີນລາ ຮ່ວມເດີນທາງນຳຜະລິດຕະພັນກະເສດອອກໄປໄກກວ່າ
18/10/2022

ນັກທຸລະກິດ, ວິສາຫະກິດ ນະຄອນຫລວງ ຮ່າໂນ້ຍ ແມ່ນກຳລັງຫນູນພັດທະນາເສດຖະກິດ

(VOVWORLD) -ປະຊາຄົມວິສາຫະກິດ, ນັກທຸລະກິດມີທີ່ຕັ້ງບົດບາດສຳຄັນພິເສດໃນພື້ນຖານເສດຖະກິດຂອງປະເທດຊາດ ເວົ້າລວມ, ນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ. ນີ້ແມ່ນກຳລັງຫລັກແຫລ່ງສ້າງຍອດຜະລິດຕະພັນພາຍໃນປະເທດ, ປະກອບສ່ວນປະຕິບັດຄາດໝາຍກ່ຽວກັບການເຕີບໂຕ, ການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານ, ແກ້ໄຂບັນດາບັນຫາສະຫວັດດີການສັງຄົມຂອງນະຄອນຫລວງ ແລະ ປະເທດຊາດ.

ນັກທຸລະກິດ, ວິສາຫະກິດ ນະຄອນຫລວງ ຮ່າໂນ້ຍ ແມ່ນກຳລັງຫນູນພັດທະນາເສດຖະກິດ
11/10/2022

ເສດຖະກິດ ນະຄອນໂຮ່ຈີມິນ ຟື້ນຟູຢ່າງແຮງ

(VOVWORLD) -ວັນທີ 1 ຕຸລາ, ກ່ອນນີ້ 1 ປີ, ນະຄອນໂຮ່ຈີມິນ ເປີດປະຕູຄືນໃຫມ່ ພາຍຫລັງໄລຍະປິດເມືອງຍ້ອນໂລກລະບາດໂຄວິດ 19. ໂດຍຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ແຕ່ດ້ວຍລັດຖະນະໂຍບາຍອັນຖືກຕ້ອງ ເພື່ອແນໃສ່ຟື້ນຟູພາຍຫລັງໂລກລະບາດ, ເສີມຂະຫຍາຍມູນເຊື້ອຂະຫຍັນຂັນເຄື່ອນປະດິດຄິດສ້າງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈຂອງປະຊາຊົນ ແລະ ວິສາຫະກິດ, ນະຄອນໂຮ່ຈີມິນ ພວມຟື້ນຟູຢ່າງແຮງ.

ເສດຖະກິດ ນະຄອນໂຮ່ຈີມິນ ຟື້ນຟູຢ່າງແຮງ
04/10/2022

ຮ່າໂນ້ຍ ເພີ່ມທະວີການພັດທະນາອຸດສາຫະກຳຫນູນຊ່ວຍ

(VOVWORLD) -ໂດຍກຳນົດວ່າ ອຸດສາຫະກຳຫນູນຊ່ວຍມີບົດບາດສຳຄັນໃນການພັດທະນາອຸດສາຫະກຳ, ແມ່ນເສົາຄ້ຳສຳຄັນຂອງການເຄື່ອນໄຫວດ້ານເສດຖະກິດ, ໃນຊຸມປີຜ່ານມາ ນະຄອນ ຮ່າໂນ້ຍ ໄດ້ມີຫລາຍກົນໄກນະໂຍບາຍ, ມາດຕະການ ພ້ອມກັບບັນດາແຜນການຜັນຂະຫຍາຍລະອຽດກ່ຽວກັບການພັດທະນາອຸດສາຫະກຳຫນູນຊ່ວຍ. ຍ້ອນເຫດນັ້ນ ກຸ່ມອຸດສາຫະກຳຫນູນຊ່ວຍຢູ່ບໍລິເວນນະຄອນ ໄດ້ມີການເຕີບໂຕຢ່າງແຮງ, ຫນູນຊ່ວຍການເຄື່ອນໄຫວຜະລິດອຸດສາຫະກຳຢ່າງມີປະສິດທິຜົນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາລວມຂອງເສດຖະກິດນະຄອນຫລວງ.

ຮ່າໂນ້ຍ ເພີ່ມທະວີການພັດທະນາອຸດສາຫະກຳຫນູນຊ່ວຍ
27/09/2022

NEPCON 2022 ມຸ່ງໄປເຖິງການຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ

(VOVWORLD) - ພາຍຫລັງໂລກລະບາດໂຄວິດ 19, ຂະແຫນງເອເລັກໂຕນິກ ຫວຽດນາມ ໄດ້ມີການປ່ຽນແປງວ່ອງໄວ ດ້ວຍຄວາມຕ້ອງການນັບມື້ນັບສູງກ່ຽວກັບການຜະລິດ ແລະ ເຄື່ອນໄຫວຢ່າງກະທັດລັດ ເພື່ອຫລຸດຜ່ອນລາຍຈ່າຍ, ປະຢັດພະລັງງານ ແລະ ຫັນເປັນການເຄື່ອນໄຫວຜະລິດທີ່ມີປະສິດທິຜົນສູງສຸດ. ພ້ອມກັບບັນດາໝາກຜົນຂອງອຸດສາຫະກຳ 4.0, ວິສາຫະກິດ ຫວຽດນາມ ໄດ້ມານະພະຍາຍາມລົງທຶນ, ຊອກທິດພັດທະນາຢ່າງມີປະສິດທິຜົນເພື່ອເປີດກວ້າງຕະຫລາດ ແລະ ເຂົ້າເຖິງກາລະໂອກາດດຳເນີນທຸລະກິດສາກົນ ເຂົ້າຮ່ວມລະບົບສະຫນອງທົ່ວໂລກ.

NEPCON 2022 ມຸ່ງໄປເຖິງການຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ
20/09/2022

ນະຄອນ ໂຮ່ຈີມິນ ມຸ່ງໄປເຖິງການພັດທະນາທາງລົດໄຟເຊື່ອມຕໍ່ເຂດ

(VOVWORLD) -ນະຄອນ ໂຮ່ຈີມິນ ພວມໃນວິວັດການຫັນເປັນຕົວເມືອງຢ່າງວ່ອງໄວ, ບໍ່ພຽງແຕ່ແມ່ນໃນເລື່ອງຈຳນວນປະຊາກອນເພີ່ມຂຶ້ນເທົ່ານັ້ນ ຫາກຍັງນັບທັງວິວັດການຫັນເປັນກົນຈັກ, ການເຕີບເສດຖະກິດ ແລະ ການປ່ຽນແປງໃນແບບແຜນການດຳລົງຊີວິດຂອງປະຊາຊົນ ອີກດ້ວຍ. ສະນັ້ນ ການຄົ້ນຄ້ວາປະເມີນຜົນການວາງແຜນຜັງ, ສຳຫລວດກວດກາສະພາບຕາຫນ່າງຄົມມະນາຄົມນະຄອນ (ທາງບົກ, ທາງລົດໄຟ, ທາງນ້ຳ) ຄຶນໂດຍສັງເຂບແລ້ວ, ນະຄອນ ໂຮ່ຈີມິນ ພວມຄົ້ນຄ້ວາ, ຄິດໄລ່ການພັດທະນາລະບົບທາງລົດໄຟເຊື່ອມຕໍ່ເຂດ, ຕິດພັນກັບຮູບແບບ TOD (ການກຳນົດທິດການຄົມມະນາຄົມສາທາລະນະວ່ອງໄວ, ກຳລັງໂດຍສານຫລາຍ)

ນະຄອນ ໂຮ່ຈີມິນ ມຸ່ງໄປເຖິງການພັດທະນາທາງລົດໄຟເຊື່ອມຕໍ່ເຂດ