ປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປ້ອງກັນ, ຕ້ານ, ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີ 2025
(VOVWORLD) - ຕອນເຊົ້າວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງພາຍໃນເປັນປະທານ, ສົມທົບກັບອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ຈັດພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ປ້ອງກັນ, ຕ້ານ ແລະ ຮັບມືກັບການໃຊ້ຄວາມຮຸນແຮງທາງເພດປີ 2025 ດ້ວຍຫົວຂໍ້ “ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຄວາມປອດໄພໃຫ້ແກ່ແມ່ຍິງ ແລະ ເດັກຍິງໃນສັງກາດດີຈີຕອນ”.








