ສະພາບການໂລກໃນປີ 2023: ສິ່ງທ້າທາຍ ແລະ ຄວາມຫວັງ
(VOVWORLD) -ປີ 2022 ໄດ້ສິ້ນສຸດລົງດ້ວຍການຜັນແປສັບສົນຫຼາຍຢ່າງ, ເຊິ່ງບໍ່ອາດຄາດຄະເນລ່ວງໜ້າໄດ້ ແລະ ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ຫຼາຍດ້ານຂອງຊີວິດສັງຄົມ, ພິເສດແມ່ນຂົງເຂດເສດຖະກິດ, ພະລັງງານ ແລະ ດ້ານສະບຽງອາຫານຂອງຫຼາຍປະເທດ, ປະຊາຄົມໃນທົ່ວໂລກ. ກ້າວເຂົ້າສູ່ປີ 2023, ໂລກໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ໄປຄຽງຄູ່ກັບຄວາມຫວັງ.










